spot_img
Homeຂ່າວຕ່າງປະເທດເກີດອຸບັດເຫດເຮືອທ່ອງທ່ຽວຫຼົ້ມຢູ່ຮັອກໄກໂດປະເທດຍີ່ປຸ່ນ

ເກີດອຸບັດເຫດເຮືອທ່ອງທ່ຽວຫຼົ້ມຢູ່ຮັອກໄກໂດປະເທດຍີ່ປຸ່ນ

Published on

ໂທລະພາບ NHK ຂອງຍີ່ປຸ່ນລາຍງານວ່າ: ວັນທີ 23 ເມສານີ້ ເຮືອທ່ອງທ່ຽວ ຄາຊຸ 1 ທີ່ບັນທຸກລູກເຮືອ ແລະນັກທ່ອງທ່ຽວ 26 ຄົນ ໄດ້ເກີດອຸບັດເຫດຫຼົ້ມຢູ່ເຂດໃກ້ຄຽງແຫຼມຊີເຣໂຕໂກະ ທາງພາກຕາເວັນອອກສຽງເໜືອຂອງແຂວງຮັອກໄກໂດປະເທດຍີ່ປຸ່ນ ຍ້ອນນ້ຳເຂົ້າເຮືອ. ເຮືອລຳນີ້ໄດ້ຂາດການຕິດຕໍ່ຫຼັງຈາກໄດ້ຂໍການຊ່ວຍເຫຼືອນຳອົງການຮັກສາຄວາມປອດໄພທາງທະເລຍີ່ປຸ່ນ.

ເຊິ່ງເຮືອລຳດັ່ງກ່າວໄດ້ລາຍງານຕໍ່ກັບອົງການຮັກສາ ຄວາມປອດໄພທາງທະເລຍີ່ປຸ່ນ ເພື່ອຂໍການຊ່ວຍເຫຼືອໃນເວລາປະມານ 13 ໂມງ 15 ນາທີຂອງວັນທີ 23 ເມສາ ໂດຍກ່າວວ່າ “ນ້ຳກຳລັງໄຫຼເຂົ້າຫົວເຮືອ, ເຮືອກຳລັງຈະຈົມລົງ, ລຳເຮືອໄດ້ອ່ຽງໄປທາງຂ້າງປະມານ 30 ອົງສາ”. ຫຼັງຈາກນັ້ນ, ເຮືອລຳນີ້ໄດ້ຂາດການຕິດຕໍ່. ຕາມຂ່າວລາຍງານວ່າ: ລູກເຮືອ ແລະຜູ້ໂດຍສານຢູ່ໃນເຮືອລຳນີ້ ໄດ້ນຸ່ງເສື້ອຊູຊີບທັງໝົດ.

ເຈົ້າໜ້າທີ່ໃນທ້ອງຖິ່ນກ່າວວ່າ: ເຮືອທ່ອງທ່ຽວ ຄາຊຸ 1 ບັນທຸກລູກເຮືອທັງໝົດ 26 ຄົນ ໃນນັ້ນ,ມີຜູ້ໂດຍສານທີ່ເປັນຜູ້ໃຫຍ່ 22 ຄົນ, ເດັກນ້ອຍ 22 ຄົນ ແລະ ມີ ລູກເຮືອອີກ 2 ຄົນ ໂດຍຫຼ້າສຸດພົບຄົນໝົດສະຕິແລ້ວ 7 ຄົນເຊື່ອວ່າເປັນໜຶ່ງຜູ້ໂດຍສານຂອງເຮືອລຳດັ່ງກ່າວ.

ທີ່ມາ: CRI

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...