spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສໍາເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4

ນາຍົກລັດຖະມົນຕີ ສໍາເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4

Published on

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ ” ນ້ຳເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” ( Water for Sustainable Development-Best Practices and the Next Generation ).

ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນຳ້ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນ້ຳ ເພື່ອການພັດທະນາແບບຍືນຍົງ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022 ໂດຍຢໍ້າຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນຍິ່ງ ສຳລັບຊີວິດຂອງມວນມະນຸດ ກໍຄື ການຄົງຕົວຂອງໂລກ ແລະ ມີຄວາມສຳຄັນ ຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິ່ງແວດລ້ອມອຸດົມສົມບູນ.

ການເພີ່ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ ເປັນສາເຫດຕົ້ນຕໍ ເຮັດໃຫ້ ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົງຜົນ ຕໍ່ ຄວາມຍືນຍົງ ຂອງ ນໍ້າ ແລະ ຊັບພະຍາກອນນໍ້າ ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ ເຊິ່ງວົງຄະນາຍາດສາກົນ ກໍຄື ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າ ແບບຍືນຍົງໃຫ້ເປັນໜຶ່ງ ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນຳ້ ແລະ ຊັບພະຍາກອນນໍ້າ ເຊິ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມ.

ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳເຫລົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ.

ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນ້ຳ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນຳ້ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ຮັບຮອງເອົາຖະແຫລ່ງການຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນຳ້ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນຳ້ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.
ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...