Homeຂ່າວຕ່າງປະເທດຄວາມເຄັ່ງຮ້ອນ ແລະ ໄພເງິນເຟີ້ ພວມສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກ

ຄວາມເຄັ່ງຮ້ອນ ແລະ ໄພເງິນເຟີ້ ພວມສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກ

Published on

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ທ່ານນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ກ່າວເຕືອນວ່າ: ສະຖານະການຄວາມເຄັ່ງຮ້ອນໃນໂລກ ພວມເຮັດໃຫ້ແງ່ຫວັງດ້ານເສດຖະກິດຂອງບັນດາປະເທດເກືອບທັງໝົດໃນໂລກອ່ອນຕົວລົງ. ໄພເງິນເຟີ້ຢູ່ລະດັບສູງແມ່ນຄວາມສ່ຽງອັນຕະລາຍຢ່າງຈະແຈ້ງຕໍ່ພື້ນຖານເສດຖະກິດທົ່ວໂລກໃນປັດຈຸບັນ.

ທ່ານນາງ ຄຣິສຕາລິນາ ຈໍຈີວາ ໃຫ້ຮູ້ວ່າ: ສະຖານະການຄວາມເຄັ່ງຮ້ອນໃນປັດຈຸບັນ ແມ່ນໜຶ່ງໃນປັດໄຈທີ່ເຮັດໃຫ້ພື້ນຖານເສດຖະກິດຂອງ 143 ປະເທດຫຼຸດລະດັບລົງ ເຖິງວ່າເສດຖະກິດຢູ່ຫຼາຍປະ ເທດຍັງສືບຕໍ່ມີການເຕີບໂຕ. ວິກິດການນີ້ໄດ້ເຮັດໃຫ້ການຄ້າທົ່ວໂລກທາງດ້ານພະລັງງານ, ທັນຍາຫານ, ອາຫານຂາດວັກຂາດຕອນ, ອາດຈະເກີດການຂາດດຸນຂອງທັນຍາຫານຢູ່ອາຟຣິກາ ແລະ ພາກຕາເວັນອອກກາງ. ທ່ານນາງ ຄຣິສຕາລິນາ ຈໍຈີວາ ຍັງຮຽກຮ້ອງໃຫ້ຫຼາຍຝ່າຍມີຂໍ້ລິເລີ່ມ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານ ແລະ ສາລີ ພວມເພີ່ມຂຶ້ນສູງ, ແຫຼ່ງສະໜອງຢູ່ ອາຟຣິກາ ແລະ ພາກຕາເວັນອອກກາງ ກໍພວມຂາດແຄນ.

ຂໍ້ມູນ:ປະຊາຊົນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...