Homeຂ່າວຕ່າງປະເທດສ.ເກົາຫຼີ ຍົກເລີກມາດຕະການເວັ້ນໄລຍະຫ່າງທາງສັງຄົມໃນອາທິດນີ້

ສ.ເກົາຫຼີ ຍົກເລີກມາດຕະການເວັ້ນໄລຍະຫ່າງທາງສັງຄົມໃນອາທິດນີ້

Published on

ທ່ານນາຍົກລັດຖະມົນຕີ ຄິມ ບູມ-ຍອມ (Kim Bu-gyeom) ປະກາດວ່າ ລັດຖະບານ ສ.ເກົາຫຼີ ຈະຍົກເລີກມາດຕະການບັງຄັບໃຊ້ການຍົກເລີກມາດຕະການເວັ້ນໄລຍະຫ່າງທາງສັງຄົມຈະມີຜົນນັບຕັ້ງແຕ່ວັນນີ້ (18 ເມສາ) ເປັນຕົ້ນໄປ ແຕ່ຍັງຄົງໃຫ້ປະຊາຊົນໃສ່ຜ້າປິດປາກ-ດັງໃນຂະນະຢູ່ໃນທີ່ກາງແຈ້ງ ຫຼື ພາຍໃນຕຶກອາຄານຕໍ່ໄປອີກໄລຍະໜຶ່ງທ່າມກາງທ່າອ່ຽງການຕິດເຊື້ອທີ່ຫຼຸດລົງ.

ການຍົກເລີກຂໍ້ຈຳກັດເວັ້ນໄລຍະຫ່າງນີ້ຖືວ່າເປັນການຍົກເລີກຄັ້ງທຳອິດນັບຕັ້ງແຕ່ພະຍາດໂຄວິດ-19 ເລີ່ມລະບາດໃນ ສ.ເກົາຫຼີ. ເຊິ່ງທາງດ້ານຮ້ານອາຫານ ແລະ ຮ້ານກາເຟຈະສາມາດດຳເນີນກິດຈະການໄດ້ຢ່າງອິດສະລະແບບບໍ່ມີຂໍ້ຈຳກັດເວລາໃນການໃຫ້ບໍລິການ ໂດຍພາຍໃຕ້ກົດຍົກເວັ້ນໄລຍະຫ່າງທາງສັງຄົມທີ່ບັງຄັບໃຊ້ໃນຂະນະນີ້ ຂະນະທີ່ພາກທຸລະກິດດັ່ງກ່າວໄດ້ຮັບອະນຸຍາດໃຫ້ເປີດໄດ້ບໍ່ເກີນທ່ຽງຄືນ.

ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ ກ່າວຕື່ມອີກວ່າ: ການແຜ່ລະບາດຂອງພະຍາດໄວຣັສໂອໄມຄຣອນມີທ່າອ່ຽງຫຼຸດລົງ ຫຼັງຈາກເຄີຍຢູ່ທີ່ຈຸດສູງທີ່ສຸດໃນອາທິດທີ 3 ຂອງເດືອນມີນາ ອີກຢ່າງໜຶ່ງລັດຖະບານຈະປຶກສາຫາລືກັນວ່າຈະຍົກເລີກຂໍ້ກຳນົດໃນການໃສ່ຜ້າປິດປາກ-ດັງເມື່ອຢູ່ໃນທີ່ກາງແຈ້ງ ຫຼື ບໍ່ ໂດຍຈະປະເມີນສະຖານະການການຕິດເຊື້ອອີກຄັ້ງໃນ 2 ອາທິດຂ້າງໜ້າ.

ຂະນະດຽວກັນ, ນອກຈາກຍົກເລີກມາດຕະການເວັ້ນໄລຍະຫ່າງແລ້ວ ນັບແຕ່ວັນທີ 25 ເມສານີ້ເປັນຕົ້ນໄປ ລັດຖະບານຈະອະນຸຍາດໃຫ້ມີການຮັບປະທານອາຫານຂະນະທີ່ເບິ່ງຮູບເງົາໄດ້ ອະນຸຍາດໃຫ້ສະຖານທີ່ອອກກຳລັງກາຍໃນຮົ່ມກັບມາເປີດບໍລິການປົກກະຕິ ແລະ ອະນຸຍາດໃຫ້ມີການຈັດກິດຈະກຳທາງສາສະໜາໄດ້.

ຂໍ້ມູນ: ປະຊາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...