Homeຂ່າວຕ່າງປະເທດເຫດການປະທ້ວງ ກາງເມືອງຈາກາຕາ ປະເທດອິນໂດເນເຊຍ

ເຫດການປະທ້ວງ ກາງເມືອງຈາກາຕາ ປະເທດອິນໂດເນເຊຍ

Published on

ໃນວັນທີ 11 ເມສານີ້. 65 ສຳນັກຂ່າວແຊເນວ ນິວອາຊຽນ ລາຍງານວ່າ: ເກີດເຫດປະທ້ວງປະທະກັບເຈົ້າໜ້າທີ່ຕຳຫຼວດ ກາງເມືອງຈາກາຕາ ປະເທດອິນໂດເນເຊຍ ໂດຍຜູ້ປະທ້ວງເຊິ່ງເປັນນັກສຶກສາຫລາຍຮ້ອຍຄົນ ໄດ້ລວມຕົວກັນປະທ້ວງ ຈາກທີ່ມີຂ່າວລືວ່າ ນາຍໂຈໂຄ ວິໂດໂດ ຫຼື ໂຈໂຄວີ ປະທານາທິບໍດີອິນໂດເນເຊຍ.

ໃນການດຳລົງຕຳແໜ່ງເກີນກຳນົດ 2 ສະໄໝ ລວມເຖິງປະທ້ວງຄ່າຄອງຊີບເຄື່ອງຂອງມີລາຄາທີ່ແພງ ໂດຍກຸ່ມຜູ້ປະທວງໄດ້ຊຸດເສື້ອແຈັກເກັດທີ່ຕິດແສງໄຟນີອອນ ສະຫວ່າງ ແລະ ເດີນຂະບວນໄປລັດຖະສະພາໃນກຸງຈາກາຕາ ກ່ອນຈະດຶກໝາກຫີນເຂົ້າໄປດ້ານໃນເຮັດໃຫ້ເຈົ້າໜ້າທີ່ຕ້ອງໄດ້ເຂົ້າລະງັບສະຖານະການໂດຍການຍິງແກັສນ້ຳຕາໃສ່ຜູ້ປະທ້ວງ ສ່ວນບໍລິເວນອື່ນໆ ເຊັ່ນ ແຂວງສຸລາເວສີໃຕ້ ແລະ ຊະວາຕາເວັນຕົກໄດ້ເກີດການປະທ້ວງເຊັ່ນດຽວກັນ.

ດ້ານຫົວໜ້າເຈົ້າໜ້າທີ່ຕຳຫຼວດ ໃນເມືອງຈາກາຕາ ໄດ້ລາຍງານວ່າ: ອາຈານໃນມະຫາວິທະຍາໄລທີ່ເຂົ້າຮ່ວມການປະທ້ວງໄດ້ຮັບບາດເຈັບສາຫັດຫຼັງຈາກຖືກກຸ່ມບໍ່ຫວັງດີທຳຮ້າຍ ແລະ ເຈົ້າໜ້າທີ່ທີ່ເຂົ້າໃຫ້ຄວາມຊ່ວຍເຫຼືອກໍໄດ້ຮັບບາດເຈັບເຊັ່ນກັນແຕ່ຍັງບໍ່ໄດ້ລະບຸວ່າເປັນຝີມືຄົນໃນກຸ່ມໃດ.

ສຳລັບ ທ່ານ ໂຈໂຄວີ ໄດ້ຮັບຄະແນນສະໜັບສະໜຸນຢ່າງຫຼວງຫຼາຍ ຕັ້ງແຕ່ປີ 2557 ແຕ່ຜົນຄະແນນຫຼ້າສຸດຊີ້ໃຫ້ວ່າຊາວອິນໂດຫຼາຍກວ່າ 70 % ຕໍ່ຕ້ານແຜນການຂະຫຍາຍເວລາດຳລົງຕຳແໜ່ງເກີນ 2 ສະໄໝ ນອກຈາກນີ້ ທ່ານ ໂຈໂຄວີ ຍັງຖືກວິພາກວິຈານ ເຖິງທ່າທີທີ່ລັງເລ ແລະ ປະຕິເສດຢ່າງຊັດເຈນວ່າຂ່າວລືການຂະຫຍາຍຕຳແໜ່ງນັ້ນບໍ່ແມ່ນຄວາມຈິງ.

ຂໍ້ມູນຈາກ: CNA

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...