spot_img
Homeຂ່າວພາຍ​ໃນເປີດນຳໃຊ້ຂົວນ້ຳພີດ ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ

ເປີດນຳໃຊ້ຂົວນ້ຳພີດ ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ

Published on

ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 9 ເມສາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ບັນດາພະແນກການ, ການນຳເມືອງຍົມມະລາດ, ຂະແໜງການອ້ອມຂ້າງເມືອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຊຸມຊົນ ບ້ານໂຄກສະຫວ່າງ ແມ່ນເປັນປະເພດຂົວ ເບຕົງ ປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ມີຈຳນວນເສົາຂົວ 44 ເສົາ, ສາມາດຮອງຮັບນໍ້າໜັກໄດ້ 3,5 ໂຕ່ນ. ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບສ່ວນຈາກຫຼາກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍບໍລິສັດເກດສຸວັນ ໄດ້ມີການ ປະກອບສ່ວນທາງດ້ານ ເຫຼັກ, ປູນຊີມັງ, ເຄື່ອງກົນຈັກໜັກ ແລະ ອື່ນໆ ມີທັງການປະກອບສ່ວນແບບຊ່ວຍເຫຼືອ ແລະ ການປະກອບສ່ວນໃນຮູບແບບຜູ້ຮັບເໝົາ ໂດຍບໍ່ຄິດກຳໄລ ສ່ວນທາງດ້ານແຮງງານຫຼັກແມ່ນ ນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ໃຊ້ເວລາ ການກໍ່ສ້າງ 14 ວັນ ກໍ່ສ້າງເສົາຂົວສຳເລັດ 30 ເສົາ ແລະ ໄລຍະທີ 2 ໃຊ້ເວລາ 36 ວັນ ກໍ່ສ້າງເສົາຂົວຕື່ມ 14 ເສົາ, ເສົາຫົວຂົວ 2 ເສົາ ພ້ອມປະກອບຂາງໄມ້ຕາມການອອກແບບ ເຊິ່ງການກໍ່ສ້າງແມ່ນໄດ້ສຳເລັດໃນວັນທີ 15 ທັນວາ 2021 ມີໄລຍະເວລາໃນການກໍ່ສ້າງແມ່ນ 50 ວັນ, ລວມມູຄ່າທັງໝົດ 1,08 ຕື້ກວ່າກີບ.

ຕໍ່ກັບຜົນສຳເລັດດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ແລະ ບູລະນະປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວດັ່ງກ່າວ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ. ພ້ອມນີ້ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສຸມໃສ່ ໃນການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມກັນປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ປຸກລະດົມປະຊາຊົນ ກໍ່ຄືສະມາຊິກພາຍໃນຄອບຄົວຜູ້ທີ່ຄົບເງື່ອນໄຂ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ຕໍ່ການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດຮ້າຍດັ່ງກ່າວ.

ທີ່ມາ: ມິເດຍລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...