Homeຂ່າວຕ່າງປະເທດສບຄ ໄທສັ່ງຍົກເລີກການກວດ RT-PCR

ສບຄ ໄທສັ່ງຍົກເລີກການກວດ RT-PCR

Published on

ອີງຕາມສຳນັກຂ່າວ POST TODAY ລາຍງານວ່າ: ສູນບໍລິຫານສະຖານະການແພ່ລະບາດຂອງເຊື້ອໄວຣັດໂຄວິດ-19 (ສບຄ) ປະເທດໄທ ຜ່ອນຄາຍມາດຕະການກວດພະຍາດໂຄວິດ-19 ສຳລັບຜູ້ເດີນທາງເຂົ້າໄທ ຍົກເລີກ RT-PCR ຢູ່ສະໜາມບິນພຽງແຕ່ກວດ ATK ແລ້ວລໍຖ້າຜົນ ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເຊື່ອວ່າຈຳນວນນັກທ່ອງທ່ຽວຈະເພີ່ມຂຶ້ນ.

ເມື່ອວັນ​ທີ 8 ​ເມສາ​ນີ້, ທ່ານ​ ສາທິດ ປິຕຸເປຊະ ລັດຖະມົນຕີຊ່ວຍວ່າການກະຊວງສາ​ສະ​ທາ​ລະ​ນະ​ສຸກ ເປີດເຜີຍພາຍຫຼັງກອງປະຊຸມ ສບຄ ຊຸດໃຫຍ່ ທີ່ມີນາຍົກລັດຖະມົນຕີ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ຂອງ​ກະຊວງ​ສາທາລະນະ​ສຸກ ​ທີ່​ຜ່ອນມາດຕະການກວດ​ພະຍາດ​ໂຄ​ວິດ-19. ​ຜູ້​ທີ່​ເຂົ້າ​ມາ​ໄທ​ຜ່ານ​ສະໜາມ​ບິນ ​ແຕ່​ກ່ອນ​ກຳນົດ​ໃຫ້​ມີ​ການ​ທົດ​ສອບ RT-PCR ​ເປັນ​ການ​ທົດ​ສອບ ATK ຢູ່​ສະໜາມ​ບິນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ໄທ.

ທ່ານ ປະຍຸດ ຈັກໂອຊາ ນາຍົກລັດຖະມົນຕີ  ແລະ ລັດຖະມົນຕີະຊວງປ້ອງກັນປະເທດກ່າວວ່າ: ທີ່ປະຊຸມ ສບຄ ຄັ້ງນີ້ມີການຫາລືມາດຕະການຕ່າງໆທີ່ຕ້ອງມີການເຝົ້າລະວັງ ແລະ ທີ່ສາມາດມີການຜ່ອນຄາຍໄດ້ຄືການເດີນທາງເຂົ້າປະເທດເຊິ່ງຈະເລີ່ມຕົ້ນໃນເດືໍືອນ ພຶດສະພານີ້.

ທັງນີ້ຈະມີການເພີ່ມເຈົ້າໜ້າທີ່ຢູ່ສະໜາມບິນເພື່ອອຳນວຍຄວາມສະດວກໃນການດຳເນີນການເພື່ອໃຫ້ໃຊ້ເວລາໜ້ອຍທີ່ສຸດ ແລະ ໃຫ້ນັກທ່ອງທ່ຽວສາມາດຖ້າຜົນກວດໄດ້ເລີຍໂດຍບໍ່ຕ້ອງຈອງຫ້ອງພັກ ຫຼື ໂຮງແຮມ ເພື່ອຖ້າຜົນກວດຄືທີ່ຜ່ານມາ ເຊິ່ງແນວຄຶດນີ້ເນື່ອງຈາກໃນປະເທດມີການຕິດເຊື້ອພະຍາດໂຄວິດ-19 ພໍສົມຄວນແລ້ວເຮົາກໍມີການກວດຫາເຊື່ອປະຊາຊົນດ້ວຍການໃຊ້ເຄື່ອງກວດ ATK ເຊິ່ງເມື່ອນັກທ່ອງທ່ຽວຕ່າງຊາດເຂົ້າມາກໍຈະໃຊ້ວິທີແບບດຽວກັນໃນການກວດຫາເຊື້ອເພື່ອເປັນການອຳນວນວາມສະດວກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...