Homeຂ່າວຕ່າງປະເທດຊາຍນິລະນາມເສຍຊີວິດຫຼັງຈາກຂັບລົດຕຳສະຖານທູດຣັດເຊຍ

ຊາຍນິລະນາມເສຍຊີວິດຫຼັງຈາກຂັບລົດຕຳສະຖານທູດຣັດເຊຍ

Published on

ອີງຕາມການລາຍງານຂອງສຳນັກຂ່າວ Reuters ເມື່ອວັນທີ 6 ເມສາທີ່ຜ່ານມາ ຕຳຫຼວດໃນນະຄອນຫຼວງໂຣມາເນຍ ກ່າວໃນຖະແຫຼງການວ່າ: ຊາຍຄົນໜຶ່ງເສຍຊີວິດຫຼັງຈາກທີ່ລາວກໍ່ເຫດຂັບລົດຂອງລາວໄປຕໍາປະຕູຮົ້ວຂອງສະຖານທູດຣັດເຊຍປະຈໍານະຄອນຫຼວງບູຄາເຣສທ໌ໃນເຊົ້າວັນພຸດ.

ວີດີໂອທີ່ບັນທຶກໄວ້ກ່ອນເຈົ້າໜ້າທີ່ດັບເພີງໄປຮອດສະແດງໃຫ້ເຫັນທາງໜ້າຂອງລົດທີ່ໄຟລຸກໄໝ້ໃນຂະນະທີ່ລົດຍັງຄົງຕິດຢູ່ໃນປະຕູຮົ້ວ.

ຕຳຫຼວດກ່າວວ່າ ພວກເຂົາກໍາລັງສືບສວນ ແລະ ບໍ່ໄດ້ເປີດເຜີຍຕົວຕົນຂອງຄົນຂັບລົດ ເພາະຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າເປັນອຸປະຕິເຫດ ຫຼື ເຈດຕະນາ ໂດຍໃນຊ່ວງອາທິດທີ່ຜ່ານນີ້, ສະຖານທູດຣັດເຊຍຫຼາຍແຫ່ງທີ່ຢູ່ບ່ອນອື່ນໃນເອີຣົບໄດ້ຕົກເປັນເປົ້າໝາຍຂອງຜູ້ປະທ້ວງທີ່ຄຽດແຄ້ນຍ້ອນການໂຈມຕີຢູເຄຣນ.

ໂຣມາເນຍ ກ່າວໃນວັນອັງຄານວ່າ: ຕົນຈະຂັບໄລ່ນັກການທູດຣັດເຊຍ 10 ຄົນ ທີ່ບໍ່ປະຕິບັດຕາມລະບຽບສາກົນ ໂດຍເຂົ້າຮ່ວມກັບບັນດາປະເທດອື່ນໆໃນເອີຣົບ ເພື່ອເຮັດສິ່ງດັ່ງກ່າວໃນວັນທີ່ຜ່ານມານີ້.
ຄົນຢູເຄຣນເກືອບ 624,860 ຄົນ ໄດ້ຫລົບໜີໄປໂຣມາເນຍນັບຕັ້ງແຕ່ຣັດເຊຍໂຈມຕີປະເທດຂອງເຂົາ ໃນວັນທີ 24 ກຸມພາ ແລະ ອີກປະມານ 80,000 ຄົນ ຍັງຢູ່ໃນໂຣມາເນຍ.

ທີ່ມາ:Reuters

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...