Homeຂ່າວຕ່າງປະເທດສາທາລະນະລັດເຊັກສົ່ງລົດຖັງ ຮຸ່ນ T-72 ແລະ ລົດສູ້ຮົບ BVP-1 ໃຫ້ຢູເຄຣນ.

ສາທາລະນະລັດເຊັກສົ່ງລົດຖັງ ຮຸ່ນ T-72 ແລະ ລົດສູ້ຮົບ BVP-1 ໃຫ້ຢູເຄຣນ.

Published on

ອີງຕາມສຳນັກຂ່າວ MGR ONLINE ລາຍງານວ່າ: ສາທາລະນະລັດເຊັກສົ່ງ ລົດຖັງ ຮຸ່ນ T-72 ແລະ ລົດສູ້ຮົບ BVP-1 ເຊິ່ງກາຍເປັນປະເທດທຳອິດໃນອົງການທິສັນຍາແອດແລນຕິກເໜືອ (ນາໂຕ) ທີ່ຕັດສິນໃຈມອບອາວຸດໃຫ້ກອງກຳລັງຄຽບໃຊ້ໃນການສູ້ຮົບກັບຣັສເຊຍຕາມຄຳຮ້ອງຂໍຂອງປະທານາທິບໍດີຢູເຄຮນ.

ແຫຼ່ງຂ່າວໃນສາທາລະນະລັດເຊັກຢືນຢັນເມື່ອວັນອັງຄານທີ່ຜ່ານມາວ່າ: ລັດຖະບານໄດ້ມອບລົດຖັງ T-72 ແລະ ລົດສູ້ຮົບ BVP-1 ຈຳນວນໜຶ່ງໃຫ້ກອງທັບຢູເຄນໂດຍກ່ອນໜ້ານີ້ສະຖານີໂທລະພາບທ້ອງຖິ່ນເຜີຍແຜ່ພາບລົດຖັງ 5 ຄັນ ແລະ ລົດຖັງຫຸ້ມເກາະອີກ 5 ຄັນ ກໍາລັງຖືກລຳລຽງໂດຍຂະບວນລົດໄຟ ແລະ ລາຍງານຍັງບອກວ່າເປັນ “ຂອງຂວັນ” ທີ່ຜ່ານຄວາມເຫັນດີຈາກກຸ່ມພັນທະມິດນາໂຕແລ້ວ.

ໂຂສົກກະຊວງປ້ອງກັນປະເທດສາທາລະນະລັດເຊັກ ເປີດເຜີຍວ່າ: ຄວາມຊ່ວຍເຫຼືອທາງທະຫານທີ່ລັດຖະບານມອບໃຫ້ຢູເຄຮນ ຕັ້ງແຕ່ວັນທີ 24 ກຸມພາ ມີມູນຄ່າປະມານ 45 ລ້ານໂດລາສະຫະລັດ ແຕ່ບໍ່ຂໍເປີດເຜີຍລາຍລະອຽດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...