Homeຂ່າວຕ່າງປະເທດອາເມຣິກາ-ອັງກິດ-ອົສຕຣາລີ ປະກາດຮ່ວມພັດທະນາຂີປະນາວຸດໄວກວ່າສຽງ

ອາເມຣິກາ-ອັງກິດ-ອົສຕຣາລີ ປະກາດຮ່ວມພັດທະນາຂີປະນາວຸດໄວກວ່າສຽງ

Published on

ສຳນັກງານ Reuters ລາຍງານໃນວັນທີ 5 ເມສານີ້, ອາເມຣິກາ ອັງກິດ ແລະ ອົສຕຣາລີໄດ້ປະກາດວ່າ: ຈະຮ່ວມມືຄົ້ນຄວ້າຜະລິດຂີປະນາວຸດທີ່ມີຄວາມໄວກວ່າສຽງ ເພື່ອເພີ່ມຂີດຄວາມສາມາດໃນການສູ້ຮົບທາງເອເລັກໂຕຼນິກ ພາຍຫຼັງສາມປະເທດໄດ້ປະກາດການຮ່ວມມືໃນສົນທິສັນຍາໝັ້ນຄົງອິນໂດ-ປາຊີຟິກສະບັບໃໝ່ “AUKUS” ໃນປີກາຍນີ້.

AUKUS ເຊິ່ງໄດ້ເປີດຕົວໃນ ເດືອນກັນຍາ ປີ​ກາຍ​ນີ້​ໄດ້​ຖືກລະບຸວ່າ​ເປັນ​ການ​ຮ່ວມ​ມື​ຂອງ​ທັງສາມ​ປະ​ເທດ​ເພື່ອ​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອິນ​ໂດ-​ປາ​ຊີ​ຟິກ.

ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ທ່ານສະກອດ ໂມຣີສັນ ນາຍົກລັດຖະມົນຕີອົສຕຣາລີໄດ້ອອກຖະແຫຼງການຮ່ວມໃນວັນທີ 5 ເມສານີ້ ໂດຍປະກາດວ່າ: ສາມປະເທດຈະດຳເນີນການຮ່ວມມືສາມຝ່າຍອີກຄັ້ງໃໝ່ໃນການຄົ້ນຄວ້າຜະລິດອາວຸດທີ່ມີຄວາມໄວກວ່າສຽງລະດັບສູງ ແລະລະບົບຕໍ່ຕ້ານອາວຸດທີ່ມີຄວາມໄວກວ່າສຽງລະດັບສູງ ພ້ອມທັງເພີ່ມຄວາມສາມາດໃນສົງຄາມເອເລັກໂຕຼນິກ,

ພ້ອມກັນນັ້ນ ຍັງຈະເປີດກວ້າງການຊົມໃຊ້ຂໍ້ມູນຮ່ວມກັນ ແລະລົງເລິກການຮ່ວມມືປະດິດສ້າງການປ້ອງກັນປະເທດ. ຖະແຫຼງການຍັງລະບຸອີກວ່າ: ແຜນການດັ່ງກ່າວຈະເຮັດໃຫ້ສາມປະເທດລົງເລິກການຮ່ວມມືທາງດ້ານຄວາມສາມາດດ້ານອິນເຕີເນັດ ປັນຍາປະດິດ ເຕັກນິກກວນຕຳ ແລະຄວາມສາມາດອື່ນໆຢູ່ພື້ນທະເລ ບົນພື້ນຖານສິ່ງທີ່ມີຢູ່ໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...