Homeຂ່າວພາຍ​ໃນການແຈ້ງຜົນກວດ ໂຄວິດ-19 ປອມ ມີຄວາມຜິດທາງກົດໝາຍ ໃນຂໍ້ຫາ ເຈດຕະນາຫລອກລວງຜູ້ອື່ນ

ການແຈ້ງຜົນກວດ ໂຄວິດ-19 ປອມ ມີຄວາມຜິດທາງກົດໝາຍ ໃນຂໍ້ຫາ ເຈດຕະນາຫລອກລວງຜູ້ອື່ນ

Published on

ປັດຈຸບັນຫລາຍອົງການທັງພາກລັດ ແລະ ເອກະຊົນ ກັງວົນເລື່ອງການແພ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນສາຍພັນ ໂອໄມຄຣອນ ທີ່ມີການ ລະບາດໄວກວ່າສາຍພັນອື່ນ ເຊິ່ງກ່າຍເປັນຊ່ອງວ່າງໃຫ້ກຸ່ມຄົນທີ່ມີແນວຄິດບໍ່ດີຈຳນວນໜຶ່ງ ສວຍໂອກາດສົ່ງຜົນກວດ ໂຄວິດປອມ ເພື່ອສວຍໂອກາດຢາກພັກວຽກ ແລະ ໄດ້ເງິນປະກັນ ໂດຍບໍ່ຄຳນຶງເຖິງຜົນກະທົບກັບຜູ້ປ່ວຍໂຄວິດ ຕົວຈິງ ເຊິ່ງການກະທຳດັ່ງກ່າວແມ່ນ ມີຄວາມຜິດທາງກົດໝາຍ ໃນຂໍ້ຫາ ເຈດຕະນາຫລອກລວງຜູ້ອື່ນ ໂດຍສະແດງຂໍ້ມູນທາງ ດິຈິຕອນ ທີ່ບໍ່ມີມູນຄວາມຈິງ, ລວມເຖິງຜົນໃນທາງປະຕິບັດອື່ນໆ ເຊັ່ນ: ການຖືກໄລ່ອອກ, ການບໍ່ຈ່າຍຄ່າແຮງງານ ໄປຈົນເຖິງການຂຶ້ນບັນຊີດຳ ໃນກຸ່ມທຸລະກິດປະກັນໄພ ແລະ ປະກັນສຸຂະພາບ.

ປັດຈຸບັນ ສປປ ລາວ ກໍາລັງປະເຊີນກັບການລະບາດສາຍພັນ ໂອໄມຄຣອນ ເຮັດໃຫ້ຍອດຜູ້ຕິດເຊື້ອໃໝ່ລາຍວັນສະເລ່ຍສູງເຖິງ 2.000 ກວ່າຄົນ ນັແຕ່ຂະນະດຽວກັນ ກໍມີຄົນຈຳນວນໜຶ່ງສວຍໃຊ້ໂອກາດນີ້ ຕົວະຜົນກວດໂຄວິດ ຂອງຕົນເພື່ອທີ່ຈະໄດ້ພັກວຽກຍາວ ຫລື ຫວັງເອົາເງິນຊ່ວຍເຫລືອ ແລະ ເງິນປະກັນ. ແລະ ເພື່ອປ້ອງກັນການໂກງດັ່ງກ່າວ ເຮັດໃຫ້ຫຼາຍແຫ່ງອອກມາດຕະການໃນການຖ່າຍຮູບຜົນກວດ ໂຄວິດ ທີ່ຮັດກຸມ ຂຶ້ນ ໂດຍໃຫ້ຜູ້ໃຊ້ອຸປະກອນກວດແບບ ATK ຕ້ອງຂຽນຊື່ ແລະ ວັນທີ່ ໄດ້ຜົນກວດທຸກຄັ້ງກ່ອນຖ່າຍພາບ,ໂດຍ ອາດຈະຂຽນໃນເຈ້ຍ ຫຼື ຂຽນລົງເທິງອຸປະກອນກວດຜົນເລີຍ ບໍ່ວ່າຜົນກວດນັ້ນຈະສະແດງຜົນເປັນ 1 ຂີດ ຫຼື 2 ຂີດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ຄົນນໍາໄປໃຊ້ຊ້ໍາ ແລະ ຫາກຜົນເປັນ 2 ຂີດ ຈະຕ້ອງກວດຊ້ໍາດ້ວຍຊຸດ ATK ຕ່າງ ຍີ່ຫໍ້ ແລະ ເຮັດການຢືນຢັນໃນແບບດຽວກັນ.

ສໍາລັບ ການປອມແປງຜົນກວດ ໂຄວິດ ໃນປັດຈຸບັນ ເກີດຂຶ້ນໄດ້ທັງສອງແບບ ຄື ການປອມຜົນກວດຈາກຊຸດກວດແບບໄວ (ATK) ແລະ ປອມຜົນກວດຈາກໂຮງໝໍ (RT-PCR) ເຊິ່ງທັງສອງແບບ ມີວິທີການທີ່ແຕກຕ່າງກັນໄປ ເຊິ່ງເຫດການດັ່ງກ່າວແມ່ນກົງກັບ ພຶດຕິກໍາທີ່ເປັນອາຊະຍາກຳທາງລະບົບຄອມພິວເຕີ ຕາມກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພິວເຕີ ແລະ ຜູ້ທີ່ລະເມີດກົດໝາຍ.

ສຳລັບ ການປອມແປງຂໍ້ມູນທາງຄອມພິວເຕີ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ ແລະ ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກທາງລະບົບຄອມພິວເຕີ ຈະຖືກຕັດອິດສະລະພາບແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 10. 000. 000 ກີບ ຫາ 50.000.000 ກີບ.
ຂໍ້ມູນ: InsideLao

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...