spot_img
Homeຂ່າວພາຍ​ໃນກະຊວງ (ອຄ) ແລະ ກະຊວງການເງິນ ຮ່ວມກັບຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ

ກະຊວງ (ອຄ) ແລະ ກະຊວງການເງິນ ຮ່ວມກັບຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ

Published on

ອີງຕາມການລາຍງານໜັງສືພິມປະຊາຊົນ ໃນວັນທີ 6 ເມສາ ນີ້ທີ່ກະຊວງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຈັດກອງປະຊຸມປຶກສາຫາລື ວິທີການແກ້ໄຊລາຄານ້ຳມັນບໍ່ໃຫ້ເນັງບຕີງສູງເກີນໄປ ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ເປັນການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ກອງປະຊຸມຄັ້ງນີ້, ຈະໄດ້ສັງລວມ ແລະ ບັນທຶກຄໍາຄິດຄຳເຫັນ ກໍຄືວິທີທາງໃນການແກ້ໄຂບັນຫາລາຄານໍ້າມັນ ເພື່ອນໍາສະເໜີນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃຫ້ ເຮັດທົດລອງໃນໄລຍະເວລາ 3 ເດືອນ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນໄດ້ນຳເອົາທັດສະນະ ກໍຄື ທິດຊີ້ນຳຂອງລັດຖະບານ ໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້ ແລະ ອີກດ້ານໜຶ່ງກໍເປັນການຮັບເອົາຄຳຄິດເຫັນຂອງບັນດາຜູ້ປະກອບການ ກ່ຽວກັບການປັບບາງອົງປະກອບໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ລັດຖະບານມີທິດທາງທີ່ຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄື ປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ໂດຍຢາກຮັກສາລາຄາໃນວັນທີ 10/3/2022 ເປັນລາຄາຂາຍໜ້າປໍ້າ ຊຶ່ງລັດຖະບານຈະສະ​ໜັບ​ສະ​ໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ.

ສ່ວນອີກວິທີໜຶ່ງ ແມ່ນການປັບຫຼຸດອາກອນຊົມໃຊ້ລົົງ 50% ຕົວຢ່າງຄື ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງເຫຼືອປະມານ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຢູ່ທີ 31% ຈະລົງປະມານ 16%…. ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄ​ລ່ອາກອນຊົມໃຊ້ເລີຍ ແຕ່ທັງນີ້ທັງນັ້ນ ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດ​ເສຍກ່ອນ.

ຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...