ສະຫວັນນະເຂດ ຮ່ວມ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ປັບປຸງ-ຍົກລະດັບ ເສັ້ນທາງ 28A ຈາກທາງເລກ 9

0
1331

ໃນວັນທີ 5 ເມສາ 2022 ຜ່ານມາ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຍົກລະດັບເສັ້ນທາງຂອງລັດ ເລກທີ 28A ໂດຍການປູຢາງສອງຊັ້ນ ມີຄວາມຍາວ 41,56 ກິໂລແມັດ ແຕ່ບ້ານນາບໍ່ ຫາ ເມືອງວິລະບູລີ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງ ເຊໂປນ.

ໂຄງການຍົກລະດັບເສັ້ນທາງດັ່ງກ່າວນີ້ ຈະສະໜອງການເຂົ້າເຖິງເສັ້ນທາງໃຫ້ແກ່ ຄົນທ້ອງຖິ່ນຈາກເມືອງວິລະບູລີ ຫຼາຍກວ່າ 40 000 ຄົນ. ປະຈຸບັນ ເສັ້ນນທາງດັ່ງກ່າວເປັນເສັ້ນທາງປູຢາງ ທີ່ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ໄດ້ສ້າງຂຶ້ນ ມາແຕ່ປີ 2005 ເພື່ອເຊື່ອມຕໍ່ກັບເສັ້ນທາງ ເລກທີ 9 ຈາກບ້ານນາບໍ່ ແມ່ນໄດ້ເປ່ເພເສຍຫາຍຫຼາຍບ່ອນ ຍ້ອນມີການໃຊ້ງານມາຍາວນານກວ່າ 10 ປີ  ເຮັດໃຫ້ການ ສັນຈອນ, ຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ພົບຄວາມ ຫຍຸ້ງຍາກ ໂດຍສະເພາະແມ່ນໃນຊ່ວງລະດູຝົນໂຄງການຍົກລະດັບເສັ້ນທາງຂອງລັດ ເລກທີ 28 ນີ້ ຈະໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ ຈຳນວນ US$ 5 ລ້ານ ເຊິ່ງເປັນເງິນສະສົມ ທີ່ບໍລິສັດ ລ້ານຊ້າງ ມີເນໂຣນ ລິມິເຕັດ ເປັນຜູ້ຮັກສາໄວ້ ເພື່ອນຳໃຊັໃນການຟື້ນຟຸສະພາບແວດລ້ອມ ແລະ ສັງຄົມພາຍຫຼັງການປິດບໍ່ ໃນອະນາຄົດ.

 

ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: “ໂດຍຕາງໜ້າໃຫ້ປະຊາຊົນເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງ LXML ທີ່ໄດ້ປະກອບສ່ວນຕໍ່ການພັດທະນາໃນ ສປປ ລາວ ແລະ ໃຫ້ການຮ່ວມໄມ້ ຮ່ວມມືອັນດີ ໃນການຮ່ວມກັນຍົກລະດັບເສັ້ນທາງ 28A ໃນຄັ້ງນີ້.”

 

ເປັນກຽດລົງນາມໃນ MoU ຄັ້ງນີ້ມີ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໂດຍການເປັນສັກຂີພະຍານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນະເຂດ, ພະແນກການອ້ອມຂ້າງ ແຂວງ, ພ້ອມດ້ວຍອະດີດການນຳຂອງແຂວງ, ຫົວໜ້າຜະແນກໂຍທາທິການແຂວງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງເມືອງວິລະບູລີ, ທີ່ປຶກສາ ແລະ ພະນັກງານບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML)
ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ໂຄງການນີ້ ແລະ ການຮ່ວມມືທີ່ດີສະເໝີມາ ກັບແຂວງສະຫວັນນະເຂດ ຈະຮັບປະກັນໃຫ້ປະຊາຊົນໄດ້ສາມາດເດີນທາງຢ່າງປອດໄພ ແລະ ສາມາດນຳເອົາສິນຄ້າຕົນເຂົ້າເຖິງຕະຫຼາດ. ການລົງທຶນໃໝ່ນີ້ຈະຮັບປະກັນຊີວິດການເປັນຢູ່ທີ່ດີຂຶ້ນສຳລັບຄົນທ້ອງຖິ່ນ ຈາກ ກິດຈະກຳດ້ານກະສິກຳ, ການທ່ອງທ່ຽວ ແລະ ເສດຖະກິດທີ່ຍືນຍົງພາຍຫຼັງທີ່ບໍ່ຄຳ-ທອງ ເຊໂປນ ປິດລົງໃນອະນາຄົດ.”

ກ່ອນປີ 2000 ເມືອງວິລະບູລີ ຍັງຖືວ່າເປັນເຂດຊົນນະບົດຫ່າງໄກສອກຫຼີກ ເສັ້ນທາງດິນດັ້ງເດີມ ແມ່ນຄັບແຄບ ແລະ ມີນ້ຳຖ້ວມໃນລະດູຝົນ ເຮັດໃຫ້ທາງເລືອກໃນການຂົນສົ່ງມີຄວາມຈຳກັດ. ເສັ້ນທາງກໍເປັນບວກເປັນຕົມ ທີ່ຫຍຸ້ງຍາກລຳບາກທີ່ສຸດ ການເດີນທາງດ້ວຍລົດ ຈາກບ້ານ ນາບໍ່ ຫາ ເມືອງວິລະບູລີ ແມ່ນໃຊ້ເວລາຢ່າງຕ່ຳ ເປັນ 2 ມື້ ຈຶ່ງຮອດ. ນອກຈາກນັ້ນ, ເມືອງວິລະບູລີ ກໍເປັນເຂດທີ່ໄດ້ມີການຖິ້ມລະບີດຢ່າງຫຼວງຫຼາຍ ແລະ ຜົນກະທົບທີ່ຕາມມາຈາກລະເບີດຝັງດິນທີ່ບໍ່ທັນແຕກ ກໍເປັນອັນຕະລາຍຢ່າງມະຫາສານ.

ມາຮອດປັດຈຸບັນ, ທຸກໆບ້ານຢູ່ໃນເມືອງວິລະບູລີ ແມ່ນມີເສັ້ນທາງເຂົ້າເຖິງ. ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2003 ເປັນຕົ້ນມາ, LXML ໄດ້ລົງທຶນປະມານ US$20 ລ້ານ ເພື່ອກໍ່ສ້າງ ແລະ ບຳລຸງຮັກສາເສັ້ນທາງທ້ອງຖິ່ນ ພາຍໃນເມືອງ ລວມທັງເສັ້ນທາງ 28A. ນອກຈາກນັ້ນ, LXML ຍັງສະໜອງທຶນຈາກ ກອງທຶນພັດທະນາຊຸມຊົນນັບເປັນມູນຄ່າ US$750 000 ຕໍ່ປີ ໃຫ້ແກ່ເມືອງວິລະບູລີ ເຊິ່ງສ່ວນ ໜຶ່ງຂອງທຶນກໍຖືກແບ່ງເຂົ້າໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທ້ອງຖິ່ນ ບວກກັບ ໂຄງການບໍລິການດ້ານສາທາລະນະສຸກພື້ນຖານ, ການສຶກສາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.
ນອກຈາກນີ້, ບໍລິສັດຍັງໄດ້ ລົງທຶນປະມານ US$34 ລ້ານ ໃນການກໍ່ສ້າງ ແລະ ບຳລຸງຮັກສາຕາໜ່າງໄຟຟ້າແຫ່ງຊາດ ຈາກ ເມືອງທ່າແຂກ ເຖິງ ມະຫາໄຊ ດ້ວຍການຮ່ວມມືກັບລັດວິສາຫະກິດໄຟຟ້າ ລາວ.

ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນບໍ່ແຮ່ເປັນຕົ້ນມາ ບໍລິສັດ ລຊມລ ໄດ້ສະໜອງລາຍຮັບໂດຍກົງ ຫຼາຍກວ່າ US$1.6 ຕື້ ໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍຄ່າພາສີຊັບພະຍາກອນແຮ່ທາດ, ເງິນປັນຜົນ ແລະ ພາສີ-ອາກອນຕ່າງໆ. ສ່ວນຜົນປະໂຫຍດທາງອ້ອມ ເປັນຕົ້ນ ການສ້າງວຽກເຮັດງານທຳ, ການຝຶກອົບຮົມ ແລະ ການສະໜັບສະໜູນທຸລະກິດທ້ອງຖິ່ນ ນັ້ນ ໄດ້ຫັນປ່ຽນ ເມືອງວິລະບູລີ ຈາກ ສະຖານະ ໜຶ່ງໃນເມືອງທີ່ທຸກຍາກທີ່ສຸດຂອງ ສປປ ລາວ ສູ່ ເມືອງທີ່ມີເສດຖະກິດຊົນນະບົດທີ່ຂະຫຍາຍໂຕຢ່າງວ່ອງໄວ.