Homeຂ່າວຕ່າງປະເທດເປຣູປະກາດເຄີຟິວຫຼັງມີການປະທ້ວງລາຄານໍ້າມັນທີ່ເພີ່ມຂຶ້ນ

ເປຣູປະກາດເຄີຟິວຫຼັງມີການປະທ້ວງລາຄານໍ້າມັນທີ່ເພີ່ມຂຶ້ນ

Published on

ສໍານັກຂ່າວ ຣອຍເຕີ ລາຍງານວ່າ: ທ່ານ ເປໂດຼ ກັສຕິໂຢ ປະທານນາທິບໍດີເປຣູປະກາດເຄີຟິວໃນວັນອັງຄານ ແລະ ຫ້າມບໍ່ໃຫ້ປະຊາຊົນອອກຈາກບ້ານ ເພື່ອພະຍາຍາມສະກັດກັ້ນສະຖານະການການປະທ້ວງຕໍ່ຕ້ານບັນຫາດ້ານລາຄາຕົ້ນທຶນນໍ້າມັນເຊື້ອໄຟ ແລະ ປຸ໋ຍເຄມີທີ່ແຜ່ຂະຫຍາຍຄວາມຮຸນແຮງໄປທົ່ວປະເທດ.

ທ່ານ ເປໂດຼ ກັສຕິໂຢ ກ່າວອອກອາກາດທົ່ວປະເທດວ່າ “ຄະນະລັດຖະມົນຕີເຫັນດີໃຫ້ປະກາດເຄີຟິວ ແລະ ຫ້າມພົນລະເມືອງອອກຈາກເຄຫະສະຖານຕັ້ງແຕ່ເວລາ 2:00 ເຖິງ 23:59 ຂອງວັນອັງຄານທີ 5 ເມສາ ເພື່ອປ້ອງກັນສິດທິຂັ້ນພື້ນຖານຂອງທຸກຄົນ.”
ໃນວັນຈັນ ກະແສການປະທ້ວງຕໍ່ຕ້ານລາຄານໍ້າມັນ ແລະ ປຸ໋ຍທີ່ເພີ່ມຂຶ້ນສູງຍັງຄົງສືບຕໍ່ດໍາເນີນຢ່າງຕໍ່ເນື່ອງເປັນອາທິດທີສອງແລ້ວ ເນື່ອງຈາກເຫດການໂຈມຕີຢູເຄຣນຂອງຣັດເຊຍ ໃນຂະນະທີ່ລັດຖະບານພະຍາຍາມດໍາເນີນນະໂຍບາຍກົດລາຄາໃຫ້ຕໍ່າລົງ.

ການປະທ້ວງສະແດງໃຫ້ເຫັນເຖິງຄວາມເປັນຈິງທີ່ໂຫດຮ້າຍຂອງປະທານາທິບໍດີ ເປໂດຼ ກັສຕິໂຢ, ອະດີດຊາວກະສິກອນ ແລະ ຄູ ທີ່ຊະນະການເລືອກຕັ້ງໃນປີກາຍນີ້ ດ້ວຍການສະຫນັບສະຫນູນຢ່າງລົ້ນເຫຼືອຈາກຜູ້ທຸກຍາກໃນເຂດຊົນນະບົດ. ແຕ່ການສະຫນັບສະຫນູນໃນໂຕລາວໄດ້ຫຼຸດລົງຢ່າງໄວວາ ແລະ ຄະແນນນິຍົມທົ່ວປະເທດຫຼຸດລົງເຫຼືອພຽງ 25% ໃນຊ່ວງ 8 ເດືອນທີ່ລາວດໍາລົງຕໍາແໜ່ງ.

ລັດຖະບານລາຍງານວ່າ ມີຜູ້ເສຍຊີວິດຢ່າງ​ໜ້ອຍ 4 ຄົນ​​ໃນ​ສະຖານະການ​ປະ​ທ້ວງ​ທີ່​ຮ້າຍ​ແຮງ​ຂຶ້ນເລື້ອຍໆ. ຫຼ້າ​ສຸດ​ໃນ​ວັນ​ຈັນ​ ຜູ້​ປະ​ທ້ວງ​ໄດ້​ເຜົາຕູບ​ເກັບ​ຄ່າ​ຜ່ານທາງ ​ແລະ ​ໄດ້​ປະ​ທະ​ກັນ​ກັບ​ຕຳຫຼວດໃກ້​ກັບ​ເມືອງອິກາ (Ica) ທາງ​ພາກ​ໃຕ້ຂອງປະເທດ.
ການປະທ້ວງໄດ້ແຜ່ລາມໄປທົ່ວປະເທດເປຣູ. ມັນໄດ້ເລີ່ມຂື້ນໃນອາທິດແລ້ວນີ້ ເນື່ອງຈາກຊາວ​ກະສິກອນ​ ແລະ ​ຄົນ​ຂັບ​ລົດ​ບັນທຸກ​ໄດ້​ເຕົ້າ​ໂຮມ​ກັນ​ປິດ​ຖະໜົນ​ສາຍຫຼັກ​ບາງ​ສາຍ​ໄປ​ກຸງລິມາ ເຮັດໃຫ້ສົ່ງ​ຜົນ​ກະ​ທົບ​ຕໍ່ການ​ຂົນ​ສົ່ງ ​ແລະ ​ເຮັດ​ໃຫ້​ລາ​ຄາ​ສະ​ບຽງ​ອາ​ຫານ​ເພີ່ມ​ຂຶ້ນສູງ​ຢ່າງ​ກະ​ທັນ​ຫັນ​.

ລັດຖະບານ​ໄດ້​ແກ້​ໄຂ​ສະຖານະ​ການ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ ໂດຍ​ການ​ຍື່ນ​ສະ​ເໜີ​ຍົກ​ເວັ້ນພາສີ​ນ້ຳມັນ​ສ່ວນ​ໃຫຍ່​ເພື່ອ​ຮັກສາ​ລາຄາ​ນ້ຳມັນ​ໃຫ້​ຕ່ຳລົງ. ໃນຂະນະ​ດຽວ​ກັນ​ກໍ່ໄດ້​ເພີ່ມ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ປະມານ 10% ຂຶ້ນ​ເປັນ 1,205 ​ໂຊລ​ເປຣູ​ (332ໂດລາ) ຕໍ່​ເດືອນ ​ແລະ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ຕໍ່​ຂະ​ແໜງ​ກະສິກຳ ຍ້ອນ​ລາຄາ​ປຸ໋ຍ​ທີ່ເພີ່ມ​ຂຶ້ນສູງເນື່ອງຈາກການ​ຂວ້າມບາດ​ຂອງຝ່າຍ​ຕາ​ເວັນ​ຕົກ​ຕໍ່ຣັດ​ເຊຍ ເຊິ່ງເປັນຜູ້ສົ່ງອອກຫຼັກຂອງສິນຄ້າເຊັ່ນ: ໂປແຕຊ໌, ແອມໂມເນຍ, ຢູເຣຍ ແລະ ທາດອາຫານໃນດິນ.

ເຊັ່ນດຽວກັນກັບຫຼາຍປະເທດ, ເປຣູກໍາລັງຕໍ່ສູ້ກັບອັດຕາເງິນເຟີ້ທີ່ສູງຂຶ້ນກ່ອນສົງຄາມຢູເຄຣນ. ໃນເດືອນມີນາ, ອັດຕາເງິນເຟີ້ໄດ້ບັນລຸລະດັບສູງສຸດໃນຮອບ 26 ປີ, ໂດຍສ່ວນໃຫຍ່ແມ່ນຍ້ອນປັດໃຈການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ອາຫານ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...