spot_img
Homeຂ່າວພາຍ​ໃນAir Sport ຄວ້າແຊ້ມການແຂ່ງບານບານເຕະ 3x3 ລາຍການ TPlus Street Football

Air Sport ຄວ້າແຊ້ມການແຂ່ງບານບານເຕະ 3×3 ລາຍການ TPlus Street Football

Published on

ການແຂ່ງຂັນບານເຕະ TPlus Street Football 3×3 ໄດ້ຮັບການສະຫນັບສະຫນູນຫລັກ ຈາກບໍລິສັດ Tplus Digital ຈຳກັດຜູ້ດຽວ ໄດ້ຈັດຂື້ນເປັນຄັ້ງທຳອິດຢູ່ໃນ ສປປ ລາວ ລະຫວ່າງ ວັນທີ 2-3 ເມສາ 2022 ທີ່ຫນ້າສູນການຄ້າ ວຽງຈັນເຊັ່ນເຕີ້ ໃນການແຂ່ງຂັນລາຍການນີ້ ມີທີມທີ່ເຂົ້າຮ່ວມ ແຂ່ງຂັນທັງໝົດ 22 ທີມ ແຂ່ງຂັນແບບເສຍຕົກຮອບ.

ໃນຮອບຮອງຊະນະເລີດ ທີມລູກຊາວນາ ເອົາຊະນະ ທີມຮ້ານ ນ້ຳເຕົ່າຮູ້ ຕຸ້ຍຈ່ອຍ 10-6 ເຮັດໃຫ້ທີມ ລູກຊາວນາ ເຂົ້າມາລໍຖ້າຊີງຊະນະເລີດ ກັບທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ໃນຮອບຮອງຊະນະເລີດເອົາຊະນະທີມ ມະຫາວິທະຍາໄລແຫ່ງຊາດມາ 8-6.

ສຳລັບການແຂ່ງຂັນນັດຊິງຊະນະເລີດ ທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ອາໃສຜູ້ຫລີ້ນທີ່ມີປະສົບການທີ່ເຫນືອກວ່າ ຍິງອອກນໍາ 3-0 ແຕ່ຫລັງຈາກນັ້ນທີມ ລູກຊາວນາ ແກ້ເກມມາຍິງແຊງ 4-3 ຈົບເຄີ່ງເວລາທີຫນື່ງ ທີມ ລູກຊາວນາ ອອກນຳ 4-3 ຫລັງຈາກນັ້ນເຂົ້າສູ່ການແຂ່ງຂັນເຄີ່ງເວລາທີສອງ ເປັນທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ທີ່ອາໃສປະສົບການທີ່ເຫນືອກວ່າເອົາຊະນະໄປ 9-5 ຄວ້າແຊ້ມການແຂ່ງຂັນໃນລາຍການນີ້ໄປຮັບເງີນລາງວັນ 10 ລ້ານກີບ ພ້ອມຮັບເສື້ຶອຂອງແທ້ຈາກທີມ ດ໋ອດມູນ ທີມດັງຈາກປະເທດ ເຢຍລະມັນ

ສ່ວນຮອງຊະນະເລີດໄດ້ແກ່ ທີມ ລູກຊາວນາ ຮັບເງີນລາງວັນ 5 ລ້ານກີບ ພ້ອມຮັບເບີງາມຈາກ ທີພລັດ ແລະ ຮັບເສື້ຶອຂອງແທ້ຈາກທີມ ດ໋ອດມູນ

ອັນດັບທີ ສາມ ທີມນ້ຳເຕົ່າຮູ້ຕຸ້ຍ ຈ່ອຍ ຮັບເງີນລາງວັນ 3 ລ້ານກີບ ພ້ອມເບີງາມຈາກ ທີພລັດ ແລະ ເສື້ຶອຂອງແທ້ຈາກທີມ ດ໋ອດມູນ ຫລັງຈາກຈົບການແຂ່ງຂັນກໍ່ໄດ້ມີພິທີມອບລາງວັນ ໃຫ້ກຽດມອບລາງວັນໂດຍທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ທີພລັດ ດີຈິຕອນ ຈຳກັດ ຜູ້ດຽວ.

ຫຼັງຈົບການແຂ່ງຂັນບານເຕະ TPlus Street Football 3×3 ກໍໄດ້ມີພິທີມອບລາງວັນໃຫ້ນັກກິລາໂດຍທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ທີພລັດ ດີຈີຕອນ ຈຳກັດຜູ້ດຽວ ເຊົ່ງການແຂ່ງຂັນດັ່ງກ່າວໄດ້ຮັບຄວາມສົນໃຈເປັນຢ່າງດີ ແລະ ໃນອານາຄົດທີ່ ບໍລິສັດ ທີພລັດ ຈະມີແຜນ ຂະຫຍາຍການແຂ່ງຂັນໄປຈັດຢູ່ຕ່າງແຂວງ ຕື່ມອີກ ໂດຍສະເພາະ ແຂວງຫລວງພະບາງ ສະຫວັນນະເຂດ ຈຳປາສັກ ແລະ ແຂວງ ອື່ນໆທີ່ມີເງື່ອນໄຂສະດວກໃນການຈັດການແຂ່ງຂັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...