spot_img
Homeຂ່າວພາຍ​ໃນປະທານາທິບໍດີ ສີລັງກາ ກຽມແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່

ປະທານາທິບໍດີ ສີລັງກາ ກຽມແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່

Published on

ສຳນັກຂ່າວ ມະຕິຊົນ ອອນລາຍ ລາຍງານກ່ຽວກັບວິກິດການທາງເສດຖະກິດໃນປະເທດສີລັງກາ ຍັງຄົງສ້າງຄວາມວຸ້ນວາຍຫຼ້າສຸດໃນວັນທີ 4 ເມສາ ທີ່ຜ່ານມາ ທ່ານ ໂຄຖານພະຍະ ຣາຊປັກສະ ປະທານາທິບໍດີ ສີລັງກາ ກຽມປະກາດແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່ຫຼັງຈາກລັດຖະມົນຕີໃນຄະນະລັດຖະບານ 26 ຄົນ ຍື່ນຈົດໝາຍລາອອກທັງໝົດໃນຊ່ວງກາງເດິກຂອງຄືນວັນທີ 3 ເມສາທີ່ຜ່ານມາ ໂດຍການປະກາດລາອອກຍົກຊຸດດັງກ່າວມີຂຶ້ນຫຼັງຈາກປະຊາຊົນອອກມາຮຽກຮ້ອງໃຫ້ປະທານາທິບໍດີ ສີລັງກາ ລາອອກຜົນຈາກຄວາມຜິດພາດ ໃນການບໍລິຫານເສດຖະກິດຈົນເກີດວິເກີດວິກິດຢ່າງໜັກໃນຊ່ວງທີ່ຜ່ານມາ.

ຫຼ້າ​ສຸດ ປະທານາທິບໍດີ ສີລັງກາກຽມແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່ໂດຍອອກມາຮຽກຮ້ອງໃຫ້ຝ່າຍຄ້ານຕອບຮັບຕຳແໜ່ງລັດຖະມົນຕີເພື່ອເປັນ ລັດຖະບານທີ່ມີຄວາມເປັນເອກະພາບຂຶ້ນໂດຍ​ທຳນຽບ

ປະທານາທິບໍດີ ສີ​ລັງກາ ອອກ​ຖະ​ແຫຼ​ງການລະບຸວ່າ: ​ປະທານາທິບໍດີເຊີນໃຫ້ກຸ່ມການເມືອງທຸກກຸ່ມໃນສະພາຕອບຮັບແໜ່ງໃນຄະນະລັດຖະມົນຕີເພື່ອຮ່ວມກັນແກ້ໄຂວິກິດຂອງຊາດ.

ການປະກາດລາອອກຂອງຄະນະລັດຖະມົນຕີ ສີລັງກາ ມີຂຶ້ນຫຼັງຈາກປະຊາຊົນຈຳນວນຫຼາຍລວມຕົວກັນປະທ້ວງລັດຖະບານທີ່ບໍລິຫານຜິດພາດ ຂະນະທີ່ສ່ວນໜຶ່ງລຸກຮື ແລະ ພະຍາຍາມບຸກບ້ານຂອງປະທານາທິບໍດີ ສີລັງກາຈົນລັດຖະບານຕ້ອງປະກາດເຄີຟິວ. ເພື່ອຄວບຄຸມການປະທ້ວງ ແລະ ໃຊ້ແກ໊ສນ້ຳຕາໃນການສະຫຼາຍການຊຸມນຸມໃນຊ່ວງທີ່ຜ່ານມາ.

ທັງນີ້ ສີລັງກາ ກຳລັງຮັບມືກັບວິກິດການເສດຖະກິດທີ່ໂຫດຮ້າຍທີ່ສຸດ ນັບຕັ້ງແຕ່ປີ 1948 ເປັນເວລາ 74 ປີ  ຜົນຈາກການຂາດແຄນເງິນສະກຸນໃນການຈ່າຍເງິນນຳເຂົ້າພະລັງງານຈົນເປັນເຫດໃຫ້ນ້ຳມັນແອັດຊັງທີ່ເປັນແຫຼ່ງພະລັງງານໃນການຜະລິດໄຟຟ້າ ແລະ ການໄຟຟ້າຂອງປະຊາຊົນເປັນເວລາ 10 ຊົ່ວໂມງຫຼາຍຄັ້ງ ນອກຈາກນີ້ຍັງເກີດບັນຫາການຂາດແຄນອາຫານຢາ ແລະ ພະລັງງານສົ່ງຜົນໃຫ້ຄວາມບໍ່ພໍໃຈຂອງປະຊາຊົນເພີ່ມຂຶ້ນສູ່ຈຸດສູງສຸດ

ແຫຼ່ງຂໍ້ມູນ:

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...