spot_img
Homeຂ່າວພາຍ​ໃນລັດຖະບານ​ເອ​ລ​ຊັນວາດໍປະກາດພາວະສຸກເສີນຫຼັງຈາກເກີດເຫດສັງຫານໝູ່

ລັດຖະບານ​ເອ​ລ​ຊັນວາດໍປະກາດພາວະສຸກເສີນຫຼັງຈາກເກີດເຫດສັງຫານໝູ່

Published on

ລັດ​ຖະ​ບານ​ເອ​ລ​ຊັນວາດໍ​ກ່າວ​ວ່າ: ​ໄດ້​​ຈັບ​ຜູ້​ຕ້ອງ​ສົງ​ໃສ​ແລ້ວ​ກວ່າ 600 ຄົນ ​ແລະ​ ສັ່ງ​ຫຼຸດ​ອາ​ຫານ​ສໍາ​ລັບ​ຜູ້​ຖືກ​ຂັງໃນ​ຢູ່​ໃນເຮືອນຈຳ ຫຼັງຈາກເກີດ​ການ​ສັງຫານ​ໝູ່​ໃນ​ທ້າຍ​ອາທິດ​ຜ່ານ​ມາ.

ລັດຖະບານປະກາດພາວະສຸກເສີນ ແລະ ປິດຄຸກຂັງ 24 ຊົ່ວໂມງ ຫຼັງຈາກມີການຄາດຕະກຳ 87 ຄະດີໃນວັນສຸກ, ວັນເສົາ ແລະ ວັນອາທິດ ເມື່ອປຽບທຽບແລ້ວມີຄະດີຄາດຕະກຳ 79 ຄະດີຕະຫຼອດເດືອນກຸມພາ. ເຈົ້າໜ້າທີ່ໄດ້ຕໍາໜິຕິຕຽນສະມາຊິກແກ໊ງ ແລະ ເມື່ອວັນຈັນ ທາງການກ່າວວ່າ ທະຫານ ແລະ ຕຳຫຼວດໄດ້ບຸກໂຈມຕີທີ່ໝັ້ນຂອງແກ໊ງເອລຊັນວາດໍ

ປະທານາທິບໍດີ ນາຍິບ ບູເຄເລ ຂຽນວ່າ ຜູ້ທີ່ຖືກຄວບຄຸມຕົວຈະບໍ່ໄດ້ຮັບການປ່ອຍຕົວ ແລະ ສັ່ງວ່າອາຫານສຳລັບນັກໂທດ ທີ່ຖືກກັກຂັງ ທີ່ຄຸກເອລຊັນວາດໍ ຈະເຫລືອສອງຄາບຕໍ່ມື້ ພ້ອມຈະຂະຫຍາຍສະບຽງອາຫານໃນປັດຈຸບັນໄປລ້ຽງຜູ້ຕ້ອງຂັງລາຍໃໝ່ອີກດ້ວຍ.

ຈາກເຫດການຄາດຕະກຳຄ້າຍຈະເຊື່ອມໂຍງກັບກຸ່ມແກ້ງທີ່ມີຊື່ສຽງຂອງປະເທດ ທີ່ຄວບຄຸມພື້ນທີ່ຕ່າງໆໃນນະຄອນຫຼວງໄດ້ຢ່າງມີປະສິດທິພາບ ເຈົ້າໜ້າທີ່ຕຳຫຼວດແຫ່ງຊາດ ລາຍງານວ່າ: ພວກເຂົາໄດ້ຈັບເປັນຜູ້ນຳຫ້າຄົນຂອງ Mara Salvatrucha ຫຼື MS-13 ເຊິ່ງແມ່ນກຳລັງສັ່ງໃຫ້ສັງຫານໃນຊ່ວງທ້າຍອາທິດ.

ກ່ອນໜ້ານີ້ທ່ານ ບູເຄເລ ສັ່ງໃຫ້ຫົວໜ້າເຮືອນຈຳຂອງປະເທດດຳເນີນການລ໋ອກນັກໂທດໃນຫ້ອງຂັງທັນທີຕະຫຼອດ 24 ຊົ່ວໂມງທຸກມື້ ເຊິ່ງ ສະຖານະ​ການ​ສຸກ​ເສີນ​ໄດ້​ໂຈະ​ການ​ຄ້ຳປະກັນ​ຕາມ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ສິດ​ເສລີ​ໃນ​ການ​ໂຮມ​ຊຸມນຸມ ​ແລະ​ຜ່ອນ​ຄາຍ​ກົດ​ລະບຽບ​ການ​ຈັບ​ກຸມ​ເປັນ​ເວລາ​ສາມ​ສິບ​ວັນ, ​ແຕ່​ສາມາດ​ຕໍ່​ເວລາ​ໄດ້. ດຳລັດດັ່ງກ່າວ ອະນຸຍາດໃຫ້ກັກຕົວຜູ້ຕ້ອງສົງໄສ ໂດຍບໍ່ມີທະນາຍຄວາມ ເປັນເວລາ 15 ວັນ, ແລະ ອະນຸຍາດໃຫ້ຕຳຫຼວດ ສາມາດຄົ້ນໂທລະສັບມືຖື ແລະ ເບິ່ງຂໍ້ຄວາມໄດ້.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...