spot_img
Homeຂ່າວຕ່າງປະເທດ5 ເຫດການສຳຄັນຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດການສຳຄັນຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ເຮືອບິນເຮລີຄອບແຕຂອງຢູເຄຣນຂ້າມຊາຍແດນໄປໂຈມຕີບ່ອນເກັບນ້ຳມັນໃນຣັດເຊຍ
ຣັດເຊຍກ່າວວ່າ ຍົນເຮລິຄອບແຕທະຫານຢູເຄຣນ 2 ລຳໄດ້ຂ້າມຊາຍແດນໄປໂຈມຕີສະຖານທີ່ຖັງນ້ຳມັນໃນເມືອງ Belgorod, ໃນປະເທດຣັດເຊຍ. ເຈົ້າໜ້າທີ່ບໍລິການສຸກເສີນເລັງຮັບມືກັບໄຟໄໝ້, ໂດຍມີປະຊາຊົນຢູ່ຕາມຖະໜົນ 3 ແຫ່ງໄດ້ຖືກຍົກຍ້າຍໄປຢູ່ບ່ອນປອດໄພ ຕາມກະຊວງສະຖານະການສຸກເສີນຣັດເຊຍແລ້ວ ແລະ ໃນນັ້ນຖັງນ້ຳມັນເຊື້ອໄຟ 8 ຖັງ, ບັນຈຸນ້ຳໜັກ 2,000 ແມັດກ້ອນໄດ້ຖືກໄຟໄໝ້.

2. ຄວາມຂັດແຍ່ງກ່ຽວກັບສະກຸນເງິນສໍາລັບການຊໍາລະອາຍແກັສຈາກຣັດເຊຍ
ທ່ານ Putin ກ່າວວ່າບັນດາປະເທດ “ບໍ່ເປັນມິດ”, ລວມທັງສະມາຊິກ EU ທັງຫມົດ, ຕ້ອງຕັ້ງບັນຊີ ruble ເພື່ອຈ່າຍຄ່າຂົນສົ່ງອາຍແກັສຕັ້ງແຕ່ເດືອນເມສາ. ແຕ່ນາຍົກລັດຖະມົນຕີເຢຍລະມັນທ່ານ Olaf Scholz ຢືນຢັນວ່າຈະສືບຕໍ່ຈ່າຍເງິນເປັນເງິນເອີໂຣຫຼືໂດລາສະຫະລັດ.

3. ຢູເຄຣນ ສົ່ງລົດເມໄປຮັບພົນລະເຮືອນໃນເມືອງ Mariupol.
ລັດຖະບານຂອງຢູເຄຣນສົ່ງລົດເມ 45 ຄັນເພື່ອອົບພະຍົບພົນລະເຮືອນອອກຈາກເມືອງ Mariupol ທີ່ຖືກປິດລ້ອມ. ຣັດເຊຍໄດ້ປະກາດການຢຸດຍິງໃນເມືອງດັ່ງກ່າວ ຫຼັງຈາກການເປັນຫ່ວງທົ່ວໂລກກ່ຽວກັບຄວາມທຸກທໍລະມານຂອງພົນລະເຮືອນທີ່ຖືກຕິດຢູ່ລະຫວ່າງຄວາມຂັດແຍງ 1 ເດືອນທີ່ຜ່ານມາ.

4. ຍີ່ປຸ່ນຂວ້ຳບາດບໍລິສັດແລະພົນລະເມືອງຣັດເຊຍກ່ຽວກັບການເຊື່ອມຕໍ່ກັບເກົາຫຼີເຫນືອ
ຍີ່ປຸ່ນໄດ້ວາງມາດຕະການຂວ້ຳບາດຕໍ່ບໍລິສັດຣັດເຊຍ 4 ແຫ່ງ ແລະ ພົນລະເມືອງຣັດເຊຍ 3 ຄົນ ທີ່ຖືກກ່າວຫາວ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອເກົາຫຼີເໜືອໃນການຈັດຊື້ເຄື່ອງປະກອບສຳລັບລະບົບລູກສອນໄຟ

5. ຫົວຂໍ້: ທ່ານ ປູຕິນ ອອກດຳລັດ ມອບທະຫານ 130,000 ຄົນ ເຂົ້າໃນກອງທັບລັດເຊຍ ໃນລະດູໃບໄມ້ປົ່ງ      ທ່ານ​ປະທານາທິບໍດີ​ຣັດ​ເຊຍ Vladimir Putin ​ໄດ້​ອອກ​ດຳລັດ​ທີ່​ລະບຸ​ວ່າ: ກອງທັບ​ຣັດ​ເຊຍ ​ຈະ​ບັນຈຸ​ທະຫານ​ໃໝ່ຫຼາຍ​ກວ່າ 130.000 ຄົນ. ໃນຣັດເຊຍ, ພົນລະເມືອງຜູ້ຊາຍທັງຫມົດອາຍຸ 18 ຫາ 27 ປີຕ້ອງໄດ້ລົງທະບຽນສໍາລັບການເປັນ ທະຫານຄັດເລືອກ ເປັນໄລຍະເວລາຫນຶ່ງປີ, ແລ້ວຫຼັງຈາກນັ້ນຈະ​ໄດ້ຍ້າຍໄປຢູ່ໃນສະຖານະພາບທະ​ຫານສຳຮອງ. ຣັດ​ເຊຍ​ໄດ້​ກ່າວ​ວ່າ ທະຫານຄັດເລືອກ ​ຈະ​ບໍ່​ຖືກ​ສົ່ງ​ໄປ​ຍັງ​ຢູ​ເຄຣນ.

ແຫຼ່ງຂໍ້ມູນ:

https://sputniknews.com/20220401/fire-hits-oil-depot-in-russias-belgorod-near-border-with-ukraine-governor-says-1094377942.html

https://tass.com/economy/1430513

https://www.channelnewsasia.com/world/convoy-buses-way-besieged-mariupol-ukraine-says-2598646

https://tass.com/economy/1430699

https://tass.com/defense/1271501

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...