spot_img
Homeຂ່າວພາຍ​ໃນເສດຖະກິດຣັດເຊຍຈະຫຼຸດລົງ 7-15% ໃນປີນີ້

ເສດຖະກິດຣັດເຊຍຈະຫຼຸດລົງ 7-15% ໃນປີນີ້

Published on

ຜູ້ຊ່ຽວຊານເຊື່ອວ່າເສດຖະກິດຣັດເຊຍອາດຈະຫຼຸດຕົວລົງ 7-15% ໃນນີ້

ເອັດ ອາໂນດ ນັກຄົ້ນຄວ້ານັກສຶກສາກຸ່ມຂອງ Royal United Services Institute (RUSI) ຂອງສະຫະລາຊະອານາຈັກ ກ່າວກັບບີບີຊີວ່າ “ການປະຕິບັດການທະຫານທີ່ດຳເນີນໄປ ຈະຕ້ອງເສຍຄ່າໃຊ້ຈ່າຍຫຼາຍເມື່ອທະຫານ ຢູ່ໄກຈາກຖານທັບຫລັກ”

ມີຫຼັກຖານທີ່ບົງຊີ້ເຖິງບັນຫາຫຼາຍຢ່າງໃນເລື່ອງການສົ່ງກໍາລັງບໍາລຸງຂອງຣັດເຊຍໃນການໂຈມຕີກັບຢູເຄນ ມີຄວາມຊັດເຈນທີ່ສຸດ ຍານພາຫານະທາງການທະຫານຂອງຣັດເຊຍຈຳນວນຫຼາຍຈອດຖິ້ມໄວ້ໃນພຶ້ທີ່ເພາະເຄື່ອງຍົນຂັດຂ້ອງ

ອີງຕາມຂໍ້ມູນຂອງສູນຟື້ນຟູເສດຖະກິດ (Center for Economic Recovery) ເຊິ່ງເປັນກຸ່ມນັກເສດຖະສາດ ແລະ ທີ່ປຶກສາຂອງລັດຖະບານຢູເຄຣນ ລະບຸໄວ້ໃນຊ່ວງເວລາ 23 ມື້ ທີ່ຣັດເຊຍເຮັດສົງຄາມກັບຢູເຄນ ເຮັດໃຫ້ສູນເສຍເງິນຢ່າງນ້ອຍ 19,900 ລ້ານໂດລາສະຫະລັດ ສໍາລັບຄ່າໃຊ້ຈ່າຍໂດຍກົງດ້ານການທະຫານ ແລະ ສູນເສຍອາວຸດຍຸດໂທປະກອນ ຄິດເປັນມູນຄ່າ 9,000 ລ້ານໂດລາສະຫະລັດ.

ນອກຈາກນີ້ຍັງມີຄ່າໃຊ້ຈ່າຍໃນການຍິງລູກສອນໄຟ ແລະ ການສູນເສຍໂອກາດເຕີບໃຫຍ່ດ້ານຜົນຜະລິດພາຍໃນປະເທດ ຫຼື ຈີດີພີ ໃນຊ່ວງ 40 ປີຂ້າງໜ້າ ( ຄຳນວນໂດຍຍຶດພຶ້ນຖານການເສຍລາຍໄດ້ສ່ວນບຸກຄົນ)

ຢູເຄຣນອ້າງເມື່ອວັນທີ 19 ມີນາທີ່ຜ່ານມາວ່າ: ທະຫານຣັັດເຊຍເສຍຊີວິດໃນຄວາມຂັດແຍ່ງນີ້ແລ້ວຫຼາຍກວ່າ 14,400 ຄົນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...