Homeຂ່າວຕ່າງປະເທດສີລັງກາເກີດການ​ປະ​ທ້ວງ​​ວິ​ກິດ​ການ​ເສດ​ຖະ​ກິດ​​ທີ່ຮຸນ​ແຮງ

ສີລັງກາເກີດການ​ປະ​ທ້ວງ​​ວິ​ກິດ​ການ​ເສດ​ຖະ​ກິດ​​ທີ່ຮຸນ​ແຮງ

Published on

ອີງຕາມການລາຍງານຂອງສໍານັກຂ່າວ ຣອຍເຕີ ໃນວັນທີ 1 ເມສາ ໃຫ້ຮູ້ວ່າ – ຕຳຫຼວດໄດ້ອອກຄຳສັ່ງຫ້າມຄົນອອກນອກເຮືອນຂ້າມຄືນໃນຫຼາຍພື້ນທີ່ຂອງໂຄລົມໂບເມືອງຫຼັກຂອງສີລັງກາໃນຕອນເຊົ້າວັນສຸກ ຫຼັງຈາກການປະທ້ວງກ່ຽວກັບການຈັດການກັບວິກິດການເສດຖະກິດທີ່ຮ້າຍແຮງທີ່ສຸດຂອງປະເທດໃນຮອບຫຼາຍທົດສະວັດຂອງສີລັງກາ

ເຈົ້າໜ້າທີ່ກ່າວວ່າ: ຜູ້ປະທ້ວງຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນຢູ່ໃກ້ໆທີ່ພັກອາໄສສ່ວນຕົວຂອງປະທານາທິບໍດີ ໂກຕາບາຍາ ຣາຈາປັກຊາ (Gotabaya Rajapaksa) ໃນເຂດຊານເມືອງໂຄລົມໂບໃນຕອນຄໍ່າຂອງວັນພະຫັດ ແລະ ຖືກຕຳຫຼວດທຳຮ້າຍດ້ວຍແກັສນ້ຳຕາ ແລະ ປືນສີດນໍ້າ, ຜູ້ເຫັນເຫດການກ່າວ.

ຜູ້​ປະ​ທ້ວງ​ໃສ່​ໝວກ​ກັນ​ກະທົບ​ລົດຈັກບາງສ່ວນ ພວກເຂົາ​ໄດ້​ມ້າງ​ກຳ​ແພງ ​ແລະ ​ແກວ່ງ​ດິນ​ຈີ່​ໃສ່​ຕຳຫຼວດ, ກ່ອນ​ທີ່​ຈະ​ຈູດ​ລົດ​ເມ​ຢູ່​ຖະໜົນ​ທາງ​ໄປ​ເຮືອນ​ຢູ່​ຂອງໂກຕາບາຍາ, ຜູ້​ເຫັນ​ເຫດການກ່າວ.

ເກາະ​ທີ່​ມີ​ປະ​ຊາ​ກອນ 22 ລ້ານ​ຄົນ​ກໍາລັງ​ປະ​ສົບ​ກັບບັນຫາ​ໄຟ​ຟ້າດັບ​ເປັນ​ເວ​ລາ 13 ຊົ່ວ​ໂມງ​ຕໍ່​ມື້ ຍ້ອນ​ວ່າ​ລັດ​ຖະ​ບານ​ບໍ່​ມີ​ເງິນ​ຕາ​ຕ່າງ​ປະ​ເທດ​ພຽງ​ພໍ​ສຳ​ລັບ​ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ.

ໂຄສົກກອງທຶນການເງິນສາກົນ (IMF) ຈະລິເລີ່ມການຫາລືກັນກັບທາງການສີລັງກາກ່ຽວກັບໂຄງການເງິນກູ້ທີ່ເປັນໄປໄດ້ໃນບໍ່ເທົ່າໃດມື້ຂ້າງໜ້ານີ້, ໂຄສົກຄົນນຶ່ງກ່າວ ໃນຂະນະທີ່ລັດຖະບານກໍາລັງຊອກຫາທາງອອກຈາກວິກິດການຄັ້ງນີ້.
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ທ່ານ ພາວິທຣາ ວານເນຍຣາຊີ (Pavithra Wanniarachchi) ກ່າວ​ຕໍ່ນັກ​ຂ່າວ​ວ່າ, ລັດ​ຖະ​ບານ​ກໍາລັງ​ປິດ​ໄຟ​ຕາມ​ຖະ​ຫນົນ​ເພື່ອ​ປະ​ຢັດ​ໄຟ​ຟ້າ​ ເນື່ອງຈາກການຂາດແຄນນໍ້າມັນກາຊວນຢ່າງຕໍ່ເນື່ອງເຮັດ​ໃຫ້​​ໄຟ​ຟ້າດັບ​ຫຼາຍຂື້ນ ​ແລະ ​ຢຸດ​ເຊົາ​ການ​ຊື້​ຂາຍ​ໃນ​ຕະ​ຫຼາດ​ຫຼັກ​ຊັບ​.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...