Homeຂ່າວຕ່າງປະເທດບຣູດ ວິລລິສ ປະກາດອຳລາວົງການນັກສະແດງ

ບຣູດ ວິລລິສ ປະກາດອຳລາວົງການນັກສະແດງ

Published on

ບຣູດ ວິລລິສ ດາລາຮໍລີວູດ ກຽມອຳລາວົງການນັກສະແດງແລ້ວ ຫລັງຈາກມີການກວດພົບວ່າ: ກໍາລັງປ່ວຍ ພາວະເສຍການສື່ສານເຊິ່ງໄດ້ຮັບຜົນກະທົບຕໍ່ການເວົ້າ ແລະ ການຂຽນຂອງເຂົາ.

ສຳນັກຂ່າວສານ ບີບີຊີ ລາຍງານວ່າ: ຄອບຄົວຄອບຄົວຂອງ ບຣູດ ວິລລິສ ນັກສະແດງຮຸ່ນໃຫຍ່ຂອງຮໍລິວູດ ອາຍຸ 67 ປີ ລວມເຖິງ ເອັມມາ ເຮມິ່ງ-ວິລລິສ ພັນລະຍາ ແລະ ເດມີ ມົວ ອາດີດພັນລະຍາ ຮ່ວມຖະແຫຼງການຮ່ວມຜ່ານອິນສະຕາແກຣມຂອງພຸດທີ່ 30 ມີ.ຄ. 2565 ເປີດເຜີຍເລື່ອງ ທີ່ບຣູດ ວິລລິສ ກຳລັງປ່ວຍເປັນໂລກ ‘ອະເຟເຊຍ’ (Aphasia) ຫຼື ພາວະເສຍການສື່ຄວາມ ແລະ ເລື່ອງທີ່ເຂົາຈະເລີກອາຊີບນັກສະແດງ.

ຖະແຫຼງການຍັງລະບຸອີກວ່າ ອາເຟເຊຍກຳລັງສົ່ງຜົນກະທົບຕໍ່ຄວາມສາມາດໃນການຮັບຮູ້ຂອງເຂົາ ແລະ ດ້ວຍການພິຈາລະນາຫຼາຍຢ່າງ ບຣູດກຳລັງຈະອອອກຈາກວົງການນັກສະແດງ ແລະ ກໍຂອບໃຈຢ່າງຍ່າງຍິ່ງໃນຄວາມຮັກ, ຄວາມເຫັນໃຈ ແລະ ການສະໜັບສະໜຸນມາຈົນຮອດຕອນນີ້.

ອີງ​ຕາມ​ການ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ (NHS) ຂອງ​ສະ​ຫະ​ຣາຊະ​ອາ​ນາ​ຈັກ​ ພາ​ວະ​ການສູນເສຍການ​ສື່​ສານ​ ມັກ​ມີ​ສາເຫດ​ມາ​ຈາກຄສາມເສຍຫາຍໃນສະໝອງຊີ​ກ​ຊ້າຍ​ ເຮັດ​ໃຫ້​ຄິດພາສາ ຫຼື ຄຳເວົ້າຫຍຸ້ງ​ຍາກ​ກະທົບຕໍ່ການ​ອ່ານ, ຟັງ, ເວົ້າ, ພິມ ​ຫຼື ຂຽນຂອງຜູ້ປ່ວຍ ໂດຍອາການທີ່ພົບຫຼາຍທີ່ສຸດ ແມ່ນບັນຫາທາງການເວົ້າການປະສົມຄຳບໍ່ຖືກຕ້ອງ.

ທັງນີ້ ບູຣດ ວິລລີສ ເລີ່ມຕົ້ນອາຊີບນັກສະແດງອາຊີບໃນຕົ້ນປີ 1980 ແຕ່ຍັງບໍ່ເປັນທີ່ຮູ້ຈັກຫຼາຍ ຈົນ 10 ປີໃຫ້ຫຼັງທີ່ໄດ້ຮັບບົດເປັນ ‘ໄຊບີນເຊເພີດ’ ໃນຊີຣີ້ ‘Moonlighting’ ຂອງຊ່ອງ ABC TV ແລະ ໂດ່ງດັງສຸດຊີດ ຈາກເລື່ອງ ‘ຈອນ ແມກເຕນ’ ໃນຮູບເງົາເລື່ອງ ‘Die Hard’ ຫຼື ‘ຄົນອຶດຕາຍຍາກ’ ພາກທຳອິດໃນປີ 1988.

ແຕ່ນັ້ນມາ ຮູບເງົາເລື່ອງຕ່າງໆ ທີ່ບຣູສວິລລິສ ສະແດງກໍສາມາດສ້າງລາຍໄດ້ທົ່ວໂລກຫຼາຍກວ່າ 5 ພັນລ້ານໂດລາ, ບຣູດເຄີຍໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນໂລກທອງຄຳ 5 ຄັ້ງ ໂດຍຊະນະ 1 ຄັ້ງຈາກບົດບາດໃນຊີຣີ້ Moonlighting ແລະ ຄວ້າລາງວັນ ເອັມມີວອດ 2 ຄັ້ງ ຈາກການສະເໜີຊື່ 3 ຄັ້ງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...