spot_img
Homeຂ່າວພາຍ​ໃນສະໜາມເທັນນິດ ພູຜາ ເປີດໃຫ້ບໍລິການສັງຄົມຢ່າງເປັນທາງການ

ສະໜາມເທັນນິດ ພູຜາ ເປີດໃຫ້ບໍລິການສັງຄົມຢ່າງເປັນທາງການ

Published on

ເປີດໃຫ້ບໍລິການແກ່ສັງຄົມຢ່າງເປັນທາງການແລ້ວ ສະໜາມກິລາເທັນນິດ ພູຜາ ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນວັນທີ 11 ມີນາ ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະຫະພັນເທັນນິດແຫ່ງຊາດລາວ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ເທັນນິດ ພູຜາ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດານັກກິລາເທັນນິດອະດີດທີມຊາດລາວ ແລະ ນັກກິລາເທັນນິດທີມຊາດລາວ ຊຸດປັດຈຸບັນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ສະໜາມເທັນນິດ ພູຜາ ແຫ່ງນີ້ ໄດ້ເລີ່ມສ້າງຕັ້ງມາແຕ່ ປີ 2019 ຄັ້ງນັ້ນ ໄດ້ກໍ່ສ້າງພຽງແຕ່ 2 ສະໜາມເທົ່ານັ້ນ ໃນເນື້ອທີ່ທັງໝົດ 8 ພັນຕາແມັດ ຫຼື ປະມານ 5 ໄລ່ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງນັກກິລາເທັນນິດ ກໍຄື ລູກຄ້າທຸກທ່ານ ຈຶ່ງໄດ້ກໍ່ສ້າງສະໜາມເທັນນິດ ທີ່ໄດ້ມາດຕະຖານອີກ 1 ສະໜາມຂຶ້ນມາໃໝ່

ຊຶ່ງມີເປົ້າໝາຍຫຼັກ ເພື່ອເປີດບໍລິການຮັບໃຊ້ໃຫ້ແກ່ສັງຄົມຜູ້ທີ່ມັກຮັກໃນການຫຼິ້ນກິລາເທັນນິດ ໄດ້ອອກກຳລັງກາຍເປັນປະຈຳ ແລະ ເປັນປົກກະຕິ ແນໃສ່ສົ່ງເສີມໃຫ້ສຸຂະພາບແຂງແຮງ ພ້ອມທັງເປັນການສົ່ງເສີມການພັດທະນານັກກິລາເທັນນິດເປົ້າໝາຍຂອງສະໂມສອນ ເພື່ອກຽມສົ່ງເຂົ້າຮ່ວມແຂ່ງຂັນທຸກລາຍການຂອງສະຫະພັນເທັນນິດນະຄອນຫຼວງວຽງຈັນ ແລະ ສະຫະພັນເທັນນິດແຫ່ງຊາດລາວ ຈັດຂຶ້ນໃນປີນີ້ ແລະ ຕໍ່ໜ້າ ສົ່ງເສີມເຂົາເຈົ້າສາມາດກ້າວສູ່ທີມຊາດໃນອະນາຄົດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...