spot_img
Homeຂ່າວພາຍ​ໃນຣັດ​ເຊຍ​ປະກາດ ການຖອນຕົວຂອງການປະຕິບັດການສູ້ຮົບທີ່ສໍາຄັນ

ຣັດ​ເຊຍ​ປະກາດ ການຖອນຕົວຂອງການປະຕິບັດການສູ້ຮົບທີ່ສໍາຄັນ

Published on

ໃນວັນທີ 29 ມີນາ 2022 ທີ່ຜ່ານມາ ຣັດ​ເຊຍ​ປະກາດ “ການຖອນຕົວຂອງການປະຕິບັດການສູ້ຮົບທີ່ສໍາຄັນ” ໃນເຂດອ້ອມຮອບ Kiev. ​ແລະ​ ເມືອງ Chernihiv ທີ່​ຖືກ​ປິດ​ລ້ອມ​ໃນ​ພາກ​ເໜືອ​ຂອງ​ຢູ​ເຄຣນ ຫຼັງ​ຈາກ​ສອງ​ຄະນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ຢູ່​ນະຄອນ Istanbul ປະເທດຕວກກີ

ທ່ານ ອາເລັກຊານເດີ ໂຟມີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໜຶ່ງ​ໃນ​ຄະນະ​ຜູ້​ແທນ​ເຈລະຈາ​ສັນຕິພາບ​ກ່າວ​ວ່າ: ການ​ຕັດສິນ​ໃຈ​ຫຼຸດ​ຜ່ອນ​ການ​ປະຕິບັດ​ງານ​ທາງ​ທະຫານ​ແມ່ນ​ເພື່ອ “​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ” ​ແລະ ​ເຮັດ​ໃຫ້ການ​ເຈລະຈາ​ບັນລຸ​ໝາກຜົນ “ເປົ້າໝາຍສູງສຸດ” ຂອງການລົງນາມໃນຂໍ້ຕົກລົງທັງສອງຝ່າຍ

ການເຄື່ອນໄຫວຄັ້ງນີ້ມີ ຫຼັງ​ຈາກ​ຢູເຄຣນກ່າວ​ວ່າ​ຈະ​ຮັບ​ເອົາ​ສະຖານະ​ການ​ເປັນ​ກາງ​ໃນ​ເວທີ​ການ​ເມືອງ​ລະຫວ່າງປະເທດ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ຂອງຣັດ​ເຊຍ ​ເພື່ອ​ແລກປ່ຽນ​ກັບ​ການ​ມີ​ປະ​ເທດ​ທີ​ສາມ​ເປັນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຢູເຄຣນ

ສະຖານະເປັນກາງດັ່ງກ່າວຫມາຍຄວາມວ່າ ຢູ​ເຄຣນ ຕ້ອງ​ບໍ່​ເຂົ້າ​ຮ່ວມ​ບັນດາ​ພັນທະ​ມິດ​ທາງ​ການ​ທະຫານ, ​ເຊັ່ນ: ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ ຫຼື NATO, ຫຼື ອະນຸຍາດ​ໃຫ້​ປະ​ເທດ​ອື່ນ​ສ້າງ​ຕັ້ງ​ຖານ​ທັບ​ທະຫານ ແລະ ຄາດວ່າ ໂປໂລຍ, ອິສຣາແອລ, ຕວກກີ ແລະ ການາດາ ຖືວ່າແມ່ນບັນດາປະເທດທີ່ຈະຖືບົດບາດຮັບປະກັນຄວາມປອດໄພໃຫ້ແກ່ຢູແກຼນ.

ປະຈຸ​ບັນການ​ເຄື່ອນ​ໄຫວ​ທາງ​ທະຫານ​ຂອງຣັດ​ເຊຍ​ປະກົດ​ວ່າ​ຖືກ​ຢຸດຕິ​ຢູ່​ເຂດ​ອ້ອມ​ແອ້ມ​ຄຽບ ກ່ອນ​ໜ້າ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ​ກ່າວ​ວ່າ ກອງທັບ​ອູ​ແກຣນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ຊຸກ​ຍູ້​ຊາວຣັດ​ເຊຍ​ກັບ​ຄືນ​ສູ່​ຫຼາຍ​ແນວ​ໜ້າ.

ສ່ວນເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ວ່າ ໃນມື້ນີ້​ເມືອງ Chernihiv ຍັງ​ຖືກ​ໂຈມ​ຕີ​ຈາກຣັດ​ເຊຍຢູ່ ​​ ເຈົ້າ​ຄອງ​ນະຄອນ​ກ່າວ​ວ່າ ມີຊາວເມືອງປະມານ 400 ຄົນໄດ້ເສຍຊີວິດນັບຕັ້ງແຕ່ສົງຄາມເລີ່ມຕົ້ນ. ມີພົນລະເຮືອນປະມານ 140,000 ຄົນຕິດຄ້າງຢູ່ໃນເມືອງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...