Homeຂ່າວພາຍ​ໃນການນຳໃຊ້ລະບົບກັນຟ້າຜ່າ

ການນຳໃຊ້ລະບົບກັນຟ້າຜ່າ

Published on

ຟ້າຜ່າແມ່ນເກີດຈາກກະແສໄຟຟ້າແຮງສູງເຊິ່ງເປັນປະກົດການທີ່ບໍ່ສາມາດຄາດເດົາໄດ້ ແລະ ສາມາດເກີດຂຶ້ນໄດ້ໃນທຸກລະດູ. ແລະ ​ທຸກ​ຄົນ​ຮູ້ດີວ່າ​ສະ​ພາບ​ອາ​ກາດທີ່ຮ້າຍແຮງສາມາດກໍ່ໃຫ້ເກີດອັນຕະລາຍຕໍ່ຊັບ​ສິນ​, ຜູ້ຄົນ ​ແລະ​ ຂອງ​ມີ​ຄ່າ ລະດູຮ້ອນເປັນຊ່ວງທີ່ມີພະຍຸ ເຊິ່ງຫຼາຍບ່ອນແມ່ນມາພ້ອມກັບຟ້າຜ່າ ເຖິງແມ່ນວ່າມັນເປັນສິ່ງມະຫັດສະຈັນທາງທໍາມະຊາດ, ແຕ່ມັນມັກຈະເຮັດໃຫ້ເກີດບັນຫາ ດັ່ງນັ້ນການປົກປ້ອງເຮືອນຂອງທ່ານຈາກການຖືກຟ້າຜ່າສາມາດຊ່ວຍຊີວິດຂອງທ່ານ, ແລະ ທຸກພາກສ່ວນຂອງເຮືອນແລະອຸປະກອນໄຟຟ້າຂອງທ່ານໂດຍການຕິດຕັ້ງລະບົບກັນຟ້າຜ່າ

ລະບົບກັນຟ້າຜ່າ ມີການເຮັດວຽກທີ່ງ່າຍດາຍ ໂດຍຜູ້ຊ່ຽວຊານຈະສ້າງເສັ້ນທາງເພື່ອໃຫ້ສາຍຟ້າສາມາດເດີນທາງໄປໄດ້ ເຊິ່ງຫາກບ້ານໃດທີ່ໄດ້ຮັບການຕິດຕັ້ງລະບົບກັນຟ້າຜ່າ ສາຍຟ້າຈະລົງສູ່ພຶ້ນຢ່າງປອດໄພ ແລະ ຈະເຮັດໃຫ້ບ້ານ, ສະມາຊິກໃນຄອບຄົວ ແລະເຄື່ອງໃຊ້ໄຟຟ້າຂອງທ່ານມີຄວາມປອດໄພ.

ລະບົບກັນຟ້າຜ່າປະກອບດ້ວຍ ເສົາ, ສາຍນຳ, ເຊື່ອມຕໍ່ກັບເຄື່ອງໂລຫະ ແລະ ສາຍດິນ (counterpoise cable ຫຼື ground rods) ທີ່ອອກແບບມາເພື່ອປົກປ້ອງໂຄງສ້າງ ແລະ ຜູ້ພັກອາໃສ

ໃນການຕິດຕັ້ງລະບົບກັນຟ້າຜ່າທີ່ຢ່າງຖືກຕ້ອງບໍ່ພຽງແຕ່ເຮັດໃຫ້ທ່ານ ແລະ ຄອບຄົວຂອງທ່ານມີຄວາມຮູ້ສຶກອຸ່ນໃຈໃນຍາມພາຍຸເທົ່ານັ້ນ ແຕ່ມັນຍັງເພີ່ມມູນຄ່າຂອງເຮືອນຂອງທ່ານ ສະນັ້ນເພື່ອຮັກສາເຮືອນຂອງທ່ານໃຫ້ດີທີ່ສຸດເທົ່າທີ່ເປັນໄປໄດ້ທ່ານຈະຕ້ອງຕິດຕັ້ງລະບົບກັບຜູ້ຊ່ຽວຊານສະເພາະເພືອໃຫ້ແນ່ໃຈວ່າວິທີການຕິດຕັ້ງ ແລະ ວັດສະດຸມີຄຸນນະພາບພຽງພໍແລະສອດຄ່ອງກັບຄວາມຕ້ອງການຂອງທ້ອງຖິ່ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...