spot_img
Homeຂ່າວຕ່າງປະເທດ5 ເຫດ​ການ ສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດ​ການ ສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ການ​ເຈ​ລະ​ຈາ​ຣັດ​ເຊຍ-ຢູ​ເຄຣນ ໄດ້​ເລີ່ມ​ຂຶ້ນ​ຢູ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ຕວກ​ກີ. ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan ​ໄດ້​ກ່າວ​ວ່າ ທັງ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານາທິບໍດີ​ຢູເຄຣນ Volodymyr Zelenskyy ລ້ວນ​ແຕ່​ແມ່ນ “ເພື່ອນ​ທີ່​ມີ​ຄຸນຄ່າ” ຂອງ​ລາວ.

2. ກອງ​ກຳລັງ​ຢູເຄຣນ​ໄດ້​ຍຶດ​ເອົາ​ເຂດ​ຊານ​ເມືອງ Kyiv ຂອງ​ເມືອງ Irpin ຄືນ​ຈາກ​ກຳລັງ​ຂອງ​ຣັດ​ເຊຍ ແຕ່​ກຳລັງ​ຢູ​ເຄຣນ​ເກືອບ​ຈະ​ສູນ​ເສຍ​ການ​ຄວບ​ຄຸມ​ເມືອງ​ທ່າ​ເຮືອ Mariupol ໃນທາງ​ພາກ​ໃຕ້.

3. ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ 5,000 ຄົນ​ໃນ​ການ​ປິດ​ລ້ອມ Mariupol ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ກ່າວ​ວ່າ “ການ​ຊໍາ​ລະ​ລ້າງ​ເມືອງ” ຍັງ​ດຳ​ເນີນ​ຕໍ່​ໄປ. ການ​ວາງ​ລະ​ເບີດ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ແລະ​ຍ້ອນ​ການ​ວາງ​ລະ​ເບີດ​ບໍ່​ສາ​ມາດ​ຝັງ​ສົບ​ຜູ້​ເສຍ​ຊີ​ວິດ​ໄດ້.

4. ບັນດາ​ປະ​ເທດ G7 ປະຕິ​ເສດ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງຣັດ​ເຊຍ​ທີ່​ຈະ​ຈ່າຍ​ຄ່າ​ອາຍ​ແກັສ​ເປັນ​ເງິນ​ຮູ​ເບີນ (ສະກຸນເງິນຣັດເຊຍ).

ກຸ່ມເສດຖະກິດໃຫຍ່ 7 ປະເທດໄດ້ຕົກລົງຮ່ວມກັນທີ່ຈະປະຕິເສດຄວາມຕ້ອງການຂອງ Moscow ທີ່ຈະຈ່າຍຄ່າການນໍາເຂົ້າອາຍແກັສຈາກຣັດເຊຍເປັນຮູເບີນ, ອີງຕາມລັດຖະມົນຕີພະລັງງານເຢຍລະມັນ Robert Habeck. ລັດຖະມົນຕີກ່າວຕື່ມວ່າ “ການຈ່າຍເງິນໃນຮູເບີນແມ່ນບໍ່ສາມາດຍອມຮັບໄດ້” ແລະບັນດາປະເທດຈະຮຽກຮ້ອງໃຫ້ບໍລິສັດທີ່ໄດ້ຮັບຜົນກະທົບ “ບໍ່ປະຕິບັດຕາມ” ຄວາມຕ້ອງການຂອງປະທານາທິບໍດີລັດເຊຍ Vladimir Putin ໃນອາທິດທີ່ຜ່ານມາ.

5. ຣັດ​ເຊຍ​ກ່າວ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ໄດ້​ຍິນ​ດີ​ຕ້ອນ​ຮັບ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

ລັດຖະມົນຕີ​ການ​ຕ່າງປະ​ເທດ Sergey Lavrov ກ່າວວ່າ: ຣັດ​ເຊຍ​ມີ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ທາງ​ການ​ທູດ​ຢູ່​ຢູ​ເຄຣນ, ​ແຕ່​ຈະ​ບໍ່​ຍອມຮັບ​ການ​ໄກ່​ເກ່ຍຂອງ​ຝ່າຍ​ຕາ​ເວັນ​ຕົກ​ໃດໆ​ໃນ​ການ​ເຈລະຈາ​ກັບ Kiev.

ແຫຼ່ງຂໍ້ມູນ: https://sputniknews.com/20220329/live-updates-ukrainian-forces-fire-forbidden-calibre-missile-at-city-north-of-donetsk-1094278502.html

https://www.themoscowtimes.com/2022/03/29/ukraine-retakes-kyiv-suburb-as-talks-resume-under-shadow-a77114

https://tass.com/world/1428719

https://www.aljazeera.com/news/2022/3/28/uk-says-russian-mercenaries-to-be-deployed-eastern-ukraine-liveblog

https://www.rt.com/business/552844-g7-rejects-rubles-gas/

https://www.rt.com/news/552849-lavrov-ukraine-talks-eu/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...