spot_img
Homeຂ່າວພາຍ​ໃນໂຮງນາງສີດາ ກຳລັງຈະບູລະນະປະຕິສັງຂອນ ໄລຍະ2

ໂຮງນາງສີດາ ກຳລັງຈະບູລະນະປະຕິສັງຂອນ ໄລຍະ2

Published on

ໂຮງນາງສີດາເຂດມໍລະດົກໂລກວັດພູຈຳປາສັກ ກຳລັງບູລະນະປະຕິສັງຂອນ ໄລຍະ2 ປີ2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ.
ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈຳປາສັກໄດ້ລາຍງານໃຫ້ຊາບວ່າ: ການບູລະນະປະຕິສັງຂອນໂຮງນາງສີດາ ເຂດມໍລະດົກໂລກວັດພູຈຳປາສັກທີ່ໄດ້ເຊັນບົດບັນທຶກໃນປີ 2012 ລະຫວ່າງ ກະຊວງ ຖວທ ແລະ ມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ ແລະ ເລີ່ມລົງມືປະຕິສັງຂອນໃນປີ 2013.

ການບູລະນະຄັ້ງນີ້ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍຕ້ອງໄດ້ດຳເນີນການສຳຫຼວດ, ການສຶກສາຄົ້ນຄວ້າທາງດ້ານບູຮານຄະດີໃຫ້ໄດ້ຂໍ້ມູນທີ່ລະອຽດໃຊ້ເວລາ ຫຼາຍກວ່າ 4-5ປີ ຈຶ່ງໄດ້ເລີ່ມລົງມືປະຕິບັດການບູລະນະປະຕິສັງຂອນ, ມາຮອດປັດຈຸບັນແມ່ນຢູ່ໃນໄລຍະປີ 2021-2025 ທາງຫ້ອງການມໍລະດົກໂລກວັດພູຈຳປາສັກຈະໄດ້ສຸມໃສ່ການປະຕິບັດຕາມຂັ້ນຕອນຕາມລະບຽບຫຼັກການ ຕາມການບູລະນະຈາກອົງການອຸຍເນັດສະໂກວາງອອກຢ່າງເຂັ້ມງວດ, ເພື່ອຮັກສາວັດຖຸພັນຕ່າງໆທີ່ເປັນຄຸນຄ່າມໍລະດົກໃຫ້ດີທີ່ສຸດ.

ສຳລັບໂຮງນາງສີດາໄລຍະທີ່1 ປີ 2012-2020 ໃຊ້ງົບ 7ລ້ານໂດລາສະຫະລັດ, ໄລຍະທີ່2 ປີ 2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ. ໂຮງນາງສີດາມີເນື້ອທີ່ 54,549ຕາແມັດ ແລະ ສັນນິຖານວ່າໄດ້ສ້າງໂຮງນາງສີດາແຕ່ສັດຕະວັດທີ 10 ຫາ ສັດຕະວັດທີ 11. ຫ່າງຈາກມໍລະດົກໂລກວັດພູຈຳປາສັກໄປທາງທິດໃຕ້ປະມານ 1 ກມ, ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງໄດ້ຍົກຍ້າຍຫີນທີ່ເພພັງລົງມາຍ້ອນການເວລາ ອອກໄປອະນາໄມ ແລະ ກະກຽມປະກອບເຂົ້າຄືນຈຸດທີ່ຕັ້ງເດີມຂອງກ້ອນຫີນແຕ່ລະກ້ອນ.

ແຫຼ່ງຂໍ້ມູນ: ມິເດຍລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...