Homeຂ່າວຕ່າງປະເທດໄວ້ອາໄລສຸດຊຶ້ງ ແກ່ຜູ້ເສຍຊີວິດຈາກເຫດການເຮືອບິນຕົກ

ໄວ້ອາໄລສຸດຊຶ້ງ ແກ່ຜູ້ເສຍຊີວິດຈາກເຫດການເຮືອບິນຕົກ

Published on

ອີງຕາມລາຍງານເພຈຂ່າວເສດຖະກິດການຄ້າ ໄດ້ລາຍງານວ່າ: ທາງການ ສປ.ຈີນ ຈັດພິທີໄວ້ອາໄລໃຫ້ 132 ຊີວິດທີ່ຈາກໄປກັບເຮືອບິນທີ່ອຸບັດຕິເຫດເມື່ອວັນທີ 21 ມີນາ 2022 ຜ່ານມາພາຍຫຼັງໄດ້ຄົ້ນຫາພົບກ່ອງດຳທັງສອງໜ່ວຍ ແລະໄດ້ພິສູດເອກະລັກບຸກຄົນຂອງຜູ້ເສຍຊີວິດໂດຍສ່ວນໃຫຍ່ແລ້ວ.

ໂດຍພິທີເລີ່ມໃນເວລາ14:00 ໂມງ ຂອງວັນທີ 28 ມີນາ 2022 ນີ້ ໃນຈຸດທີ່ເຮືອບີນຕົກ ພ້ອມສຽງສັນຍານທີ່ດັງຂື້ນ ຈາກນັ້ນຄອບຄົວຂອງຜູ້ເສຍຊີວິດ ແລະ ເຈົ້າຫນ້າທີ່ກູ້ໄພ ຕະຫລອດຈົນເຈົ້າຫນ້າທີ່ຝ່າຍສຸກເສີນຕ່າງໆ ໄດ້ຮ່ວມໄວ້ອາໄລ ໂດຍຢືນສະຫງົບນິ້ງເປັນເວລາ 3 ນາທີ.

ໂດຍທາງການຈີນ ຈັດພິທີລຳລຶກໃນບໍລິເວນເຮືອບີນຂອງສາຍການບີນ China Eastern Airlines ປະສົບເຫດຕົກ ເພື່ອສະແດງຄວາມອາໄລຕໍ່ການເສີຍຊີວິດຂອງຜູ້ໂດຍສານ ແລະ ລູກເຮືອລວມທັງໝົດ 132 ຄົນ ທີ່ໄດ້ຫາຍໄປພ້ອມກັບເຮືອບິນທີ່ປະສົບອຸບັດຕິເຫດ.

ຕາມຂໍ້ມູນຢືນຢັນຈາກຜູ້ອຳນວຍການສຳນັກບໍລິຫານ ການບິນພົນລະເຮືອນແຫ່ງຊາດຈີນ ແມ່ນບໍ່ພົບສັນຍານຜູ້ລອດຊີວິດ, ສ່ວນການພິສູດເອກະລັກບຸກຄົນມາຮອດມື້ນີ້ແມ່ນໄດ້ທັງໝົດ 120 ກໍລະນີຈາກທັງໝົດ 132 ຄົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...