Homeຂ່າວຕ່າງປະເທດທາງການຈີນສັ່ງປິດເມືອງໃຫຍ່ເພື່ອຢຸດການລະບາດຂອງພະຍາດໂຕວິດ-19

ທາງການຈີນສັ່ງປິດເມືອງໃຫຍ່ເພື່ອຢຸດການລະບາດຂອງພະຍາດໂຕວິດ-19

Published on

ອີງຕາມການລາຍງານຂອງ ສໍານັກຂ່າວຊິນຮົວ (Xinhua) ໃນວັນທີ 28 ມີນາ 2022 ລາຍງານວ່າ: ຊຽງໄຮ້ເຊິ່ງເປັນສູນກາງທາງເສດຖະກິດຂອງຈີນຈະເຂົ້າສູ່ສະພາບລັອກດາວນັບແຕ່ເວລາ 05:00 ໂມງ ຂອງວັນທີ 28 ມີນາ 2022 ໂດຍເລີ່ມຈາກເບື້ອງຕາເວັນ ອອກເປັນເວລາ 4 ວັນ ນັບແຕ່ວັນທີ 28 ມີນາ – 1 ເມສາ ໂດຍໃຫ້ຊາວເມືອງທີ່ຢູ່ໃນສ່ວນດັ່ງກ່າວເຂົ້າຮັບການ
ກວດຫາເຊື້ອໂຄວິດ-19.

ໂດຍຊາວເມືອງຈະບໍ່ສາມາດອອກຈາກເຮືອນໄດ້, ຂະນະທີ່ບໍລິການຂົນສົ່ງສາທາລະນະ ແລະ ແອບພລິເຄຊັນໃຫ້ລົດ ມາຮັບຈະຢຸດໃຫ້ບໍລິການຊົ່ວຄາວ ລວມທັງຫ້າມເອົາລົດສ່ວນຕົວອອກມາແລ່ນຕາມຖະຫນົນຍົກເວັ້ນໃນກໍລະນີ ທີ່ຈໍາເປັນ.

ຈາກນັ້ນໃນເວລາ 03:00 ໂມງ ຂອງວັນທີ 1-5 ເມສາ ຈະລັອກດາວເບື້ອງຕາເວັນຕົກທີ່ເຫຼືອ ໂດຍຫວັງຈະຢຸດ ການລະບາດຂອງເຊື້ອໄວຣັສ ແລະ ຕັ້ງເປົ້າເຮັດໃຫ້ເຊື້ອໂຄວິດ-19 ກາຍເປັນສູນໂດຍໄວທີ່ສຸດ.

ການປະກາດລັອກດາວຄັ້ງນີ້ເກີດຂຶ້ນຫລັງຈາກມີລາຍງານຜູ້ຕິດເຊື້ອໃນເມືອງ 2.676 ຄົນ ໃນວັນທີ 26 ມີນາ ຜ່ານມາ ເຮັດໃຫ້ຊຽງໄຮ້ກາຍເປັນຈຸດທີ່ມີຜູ້ຕິດເຊື້ອສູງທີ່ສຸດໃນປະເທດ. ເຖິງວ່າລັດຖະບານທ້ອງຖິ່ນຈະຢືນຢັນວ່າ: ໄດ້ກຽມເຄື່ອງຂອງຈໍາເປັນ ລວມທັງອາຫານການກິນໃນຊ່ວງລັອກດາວ, ແຕ່ຍັງມີຊາວເມືອງຈໍານວນຫນຶ່ງເລັ່ງໄປຊື້ສິນຄ້າຈາກຮ້ານຄ້າມາຕຸນໄວ້ກ່ອນທີ່ການລັອກດາວຈະເລີ່ມຕົ້ນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...