Homeຂ່າວຕ່າງປະເທດຊັອກທັງວົງການ! ນັກສະແດງດັງຕົບໜ້າພິທີກອນກາງເວທີ Oscar

ຊັອກທັງວົງການ! ນັກສະແດງດັງຕົບໜ້າພິທີກອນກາງເວທີ Oscar

Published on

ມັນໄດ້ກາຍເປັນເລື່ອງລາວທີ່ໄດ້ເຜີຍແຜ່ໄປທົ່ວໂລກໃນປັດຈຸບັນແລ້ວສຳລັບພິທີມອບລາງວັນ OSCARS 2022, ປີນີ້ຊຸບເປີສະຕາ Will Smith ໄດ້ຊະນະລາງວັນ Oscar ທຳອິດຂອງລາວສຳລັບນັກສະແດງດີເດັ່ນໃນຮູບເງົາ King Richard.

ແຕ່​ທັນ​ໃດ​ນັ້ນກໍ​ມີ​ເຫດການ​ບໍ່​ຄາດ​ຄິດ​ເກີດຂຶ້ນ​ເມື່ອ Chris Rock ​ພິທີກອນໃນງານດັ່ງກ່າວໄດ້​ເວົ້າ​ຢູ່​ເທິງ​ເວທີ ​ໂດຍ​ມີຖ້ອຍຄຳບໍ່ໃຫ້ກຽດ Jada Pinkett Smith ​ພັນລະຍາ​ຂອງ Will Smith ​​ເຮັດ​ໃຫ້ Will ບໍ່​ພໍ​ໃຈ​ຫຼາຍ ​ແລະ ​ໄດ້ຍ່າງ​ຂຶ້ນ​ເທິງ​ເວທີ​ເພື່ອ​ຕົບ​ໜ້າ Chris ເຊິ່ງສ້າງຄວາມຕື່ນຕົກໃຈໃຫ້ຜູ້ເຂົ້າຮ່ວມງານທັງໝົດ ເພາະວ່າ Will Smith ບໍ່ພໍໃຈພິທີກອນປາກແຊບຄົນນີ້ທີ່ນຳເອົາພັນລະຍາຂອງເຂົາມາເວົ້າແບບມ່ວນຫົວ ເຊິ່ງພັນລະຍາຂອງເຂົາກໍບໍ່ສະບາຍ ເຮັດໃຫ້ຕ້ອງໂກນຜົມ ເນື່ອງຈາກມີບັນຫາຜົມຫຼົ່ນ.

ທັງນີ້ Will Smith ກ່າວດ້ວຍນ້ຳຕາຢູ່ເທິງເວທີ OSCARS ຫຼັງຈາກໄດ້ຮັບລາງວັນວ່າ: “ຂ້ອຍຕ້ອງການຂໍໂທດກັບ Academy ແລະ ຂ້ອຍຢາກຈະຂໍໂທດໝູ່ທີ່ໄດ້ຮັບການສະເໜີຊື່ທັງໝົດຂອງຂ້ອຍ. ນີ້ແມ່ນຊ່ວງເວລາທີ່ສວຍງາມ ແລະ ຂ້ອຍບໍ່ໄດ້ຮ້ອງໄຫ້ກ່ຽວກັບການໄດ້ຮັບລາງວັນ!

https://www.youtube.com/watch?v=DsuimiS6NU0&t=13s

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...