Homeຂ່າວຕ່າງປະເທດນິວຢອກຂະຫຍາຍຄວາມເປັນຜູ້ນໍາເໜືອກວ່າລອນດອນໃນດັດຊະນີສູນກາງທາງການເງິນຊັ້ນນໍາຂອງໂລກ

ນິວຢອກຂະຫຍາຍຄວາມເປັນຜູ້ນໍາເໜືອກວ່າລອນດອນໃນດັດຊະນີສູນກາງທາງການເງິນຊັ້ນນໍາຂອງໂລກ

Published on

ອີງຕາມການລາຍງານຂອງສຳນັກຂ່າວ The Business Time ລາຍງານກ່ຽວກັບການຈັດອັນດັບດັດຊະນີສູນກາງທາງການເງິນຂອງໂລກ (GFCL) ທີ່ຈັດຂຶ້ນໂດຍ Z/Yen Group ບໍລິສັດທີ່ປຶກສາດ້ານການຄ້າໃນກຸງລອນດອນ ຮ່ວມກັບສະຖາບັນການພັດທະນາຂອງຈີນ ຄັ້ງທີ 31, ໃນວັນທີ 24 ມີນາ ປະກົດວ່າ ນະຄອນຫຼວງນິວຢອກຂອງຂອງສະຫະລັດຄອງຕໍາແໜ່ງສູງສຸດເປັນສູນກາງທາງການເງິນຂອງໂລກດ້ວຍຄະແນນ 759 ຫຼຸດລົງຈາກ 6 ເດືອນກ່ອນ. ແຕ່ຍັງເໜືອກວ່າກຸງລອນດອນຂອງອັງກິດທີ່ຢູ່ໃນອັນດັບ 2 ດ້ວຍຄະແນນ 726 ຄະແນນ ເຊິ່ງຫຼຸດລົງຈາກ 6 ເດືອນກ່ອນເຊັ່ນກັນ.ໃນຂະນະທີ່ ຮົງກົງ ຊຽງໄຮ ແລະ ລອສແອນເຈີລິສ ຢູ່ໃນອັນດັບທີ 3-5 ດ້ວຍຄະແນນຫຼຸດລື່ນກັນພຽງແຕ່ 1 ຄະແນນ.

ກຸງລອນດອນເປັນສູນກາງຂອງເອີຣົບພຽງແຫ່ງດຽວໃນ 10 ອັນດັບທໍາອິດ ຫຼັງຈາກທີ່ຈີນເຂົ້າມາແທນທີ່ກຸງປາຣິໃນອັນດັບທີ 10. ສ່ວນປະເທດສິງກະໂປຫຼົ່ນຈາກອັນດັບ 4 ຕັ້ງແຕ່ 6 ເດືອນກ່ອນມາຢູ່ໃນອັນດັບທີ 6. ໃນຂະນະທີ່ GFCI ກ່າວວ່າ ການໂຈມຕີຢູເຄຣນຂອງຣັດເຊຍຈະສົ່ງຜົນຕໍ່ການຈັດອັນດັບຂອງນະຄອນຫຼວງມົສກູ ແລະ ເຊນຕປິເຕຣສເບີຣກຂອງຣັດເຊຍໃນອະນາຄົດ ເຊິ່ງມີແນວໂນ້ມວ່າຈະຫຼຸດລົງຫຼັງຈາກຢູ່ທີ່ອັນດັບທີ 50 ແລະ 110 ໃນຄັ້ງນີ້. ການຈັດອັນດັບດັ່ງກ່າວ ມາຈາກການສໍາຫຼວດ ແລະ ປະເມີນປັດໃຈ 150 ປະການ ຈາກຂໍ້ມູນຂອງອົງກອນຊັ້ນນໍາກໍ່ຄື ອົງການສະຫະປະຊາຊາດ ອະນາຄົດໂລກເປັນຕົ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...