spot_img
Homeຂ່າວຕ່າງປະເທດຕົ້ນເດືອນເມສານີ້ ສິງກະໂປ ເປີດຮັບນັກທ່ອງທ່ຽວ ສັກວັກຊິນຄົບໂດສ

ຕົ້ນເດືອນເມສານີ້ ສິງກະໂປ ເປີດຮັບນັກທ່ອງທ່ຽວ ສັກວັກຊິນຄົບໂດສ

Published on

ຖືວ່າເປັນຂ່າວດີ ສຳລັບຫຼາຍໆຄົນທີ່ຈະໄດ້ເດີນທາງໄປທ່ຽວໂດຍສະເພາະປະເທດສິງກະໂປ ເນື່ອງຈາກເປັນອີກປະເທດທີ່ໜ້າໄປທ່ຽວຢູ່ແລ້ວ ແລະວັງບໍ່ດົນມານີ້ ກໍໄດ້ມີປະກາດວ່າ ຕົ້ນເດືອນເມສາ2022 ນີ້ ສິງກະໂປຈະເປີດຮັບນັກທ່ອງທ່ຽວ.

ຕາມ​ຂ່າວ​ຈາກ​ ສິງກະ​ໂປ, ວັນ​ທີ 24 ມີນາ​ນີ້, ທ່ານ ລີ​ ຊຽນລຸງ, ນາຍົກ ລັດຖະມົນຕີ ສິງກະ​ໂປ​ ຖະ​ແຫລ​ງວ່າ: ລັດຖະບານ ສິງກະ​ໂປ ຜ່ອນຜັນ ​ມາດ​ຕະການ​ ຄວບ​ຄຸມ ​ການ​ແພ່​ລະບາດ ​ໂຄ​ວິດ-19 ຜ່ານ​ການ​ ຂ້າມ​ແດນ ດ້ວຍ​ການ​ຍົກ​ເລີກ ມາດ​ຕະການ ​ເຂັ້ມງວດ ສຳລັບ ​ນັກ​ທ່ອງ​ທ່ຽວ ທີ່​ສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ຄົບ​ໂດ​ສ​ແລ້ວ ​ເດີນທາງ​ ເຂົ້າປະ​ເທດ ​ໂດຍ​ບໍ່​ຕ້ອງ​ກັກ​ຕົວ ລວມທັງ ​ການ​ຍົກ​ເລີກ​ ຂໍ້​ກຳນົດ ​ໃຫ້​ໃສ່​ ຜ້າ​ອັດ​ປາກ ​​ຢູ່​ນອກ ​ອາ​ຄານ ນັບ​ຕັ້ງ​ແຕ່​ວັນ​ທີ 1​ເມສາ​ປີ​ນີ້​ເປັນຕົ້ນ​ໄປ.

ຂະນະ​ນີ້ ສິງ​ກະ​ໂປ ​ໄດ້​ຮັບ​ວັກ​ຊິນ ​ຄົບ​ໂດ​ສ​ແລ້ວ ປະມານ 92% ຂອງ​ປະຊາກອນ ​ທົ່ວ​ປະ​ເທດ 5,5 ລ້ານ​ຄົນ ​ໃນ​ນີ້ 71%ຮັບ​ວັກ​ຊິນ ​ເຂັມກະ​ຕຸ້ນ ​ພູມ​ຕ້ານທານ​ແລ້ວ.

ແຫຼ່ງຂ່າວ:ປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...