Homeຂ່າວຕ່າງປະເທດ5 ເຫດ​ການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດ​ການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ປະກາດ​ວ່າ, ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ມົສກູ ​ໄດ້ຮັບ​ບັນຊີ​ລາຍ​ຊື່​ນັກ​ການ​ທູດ​ທີ່​ຈະ​ຖືກ​ເນລະ​ເທດ​ອອກ​ຈາກຣັດ​ເຊຍ​ເພື່ອ​ຕອບ​ໂຕ້​ການ​ຂັບ​ໄລ່​ທູດຣັດ​ເຊຍ​ອອກ​ຈາກ​ພາລະກິດ​ການ​ທູດ​ຢູ່​ອົງການ​ສະຫະ​ປະຊາ​ຊາດ.

2. WHO ກ່າວ​ວ່າ ໂຮງ​ໝໍ 64 ແຫ່ງ​ຖືກ​ໂຈມ​ຕີ​ ແລະ 18 ລ້ານຄົນໄດ້ຮັບຜົນກະທົບນັບຕັ້ງ​ແຕ່​ຣັດ​ເຊຍ​ບຸກ​ໂຈມ​ຕີ​ຢູ​ເຄຣນ

3. ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ Brussels ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ກຸ່ມ​ພັນທະ​ມິດ NATO ​ເຊັ່ນ​ດຽວ​ກັນ​ກັບ​ກຸ່ມ 7 ປະ​ເທດ ​ແລະ​ສະຫະພາບ​ຢູ​ໂຣບ.

4. ທ່ານ Putin ກ່າວ​ວ່າ ຣັດ​ເຊຍ​ມີ​ແຜນ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຈ່າຍ​ເງິນ​ເປັນ​ເງິນ​ຮູ​ເບີນ​ຂອງ​ລັດ​ເຊຍ ເພື່ອ​ຂາຍ​ອາຍ​ແກັສ​, ນ້ຳມັນເຂື້ອໄຟຂອງ​ຕົນ​ໃຫ້​ປະ​ເທດ​ທີ່ “ບໍ່​ເປັນ​ມິດ”.

5. NATO ຈະບໍ່ສົ່ງທະຫານໄປຢູເຄຣນ, ເລຂາທິການໃຫຍ່ NATO ທ່ານ Jens Stoltenberg ກ່າວຕໍ່ກອງປະຊຸມຂ່າວທີ່ກຸງ Brussels, ໂດຍໃຫ້ຄໍາເຫັນກ່ຽວກັບການສະເຫນີຂອງໂປໂລຍທີ່ຈະສົ່ງທະຫານຮັກສາສັນຕິພາບໄປຢູເຄລນ.

ແຫຼ່ງຂໍ້ມູນ:

https://sputniknews.com/20220323/moscow-us-diplomat-handed-note-with-list-of-diplomats-being-ousted-from-russia-in-tit-for-tat-move-1094127196.html

https://www.euro.who.int/en/media-centre/sections/press-releases/2022/ukraine-28-days-of-war,-64-verified-attacks-on-health-care,-and-18-million-people-affected

https://sputniknews.com/20220324/us-has-reportedly-readied-contingency-plans-in-event-top-weaponry-is-used-in-ukraine-crisis-1094135817.html

https://sputniknews.com/20220323/wests-move-to-freeze-russian-reserves-signals-its-defaulting-on-obligations-before-moscow-putin-1094117649.html

https://tass.com/world/1426403

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...