Homeຂ່າວຕ່າງປະເທດກຸ່ມຕາ​ລີ​ບັນ​ສັ່ງ​ຫ້າມ​ນັກ​ຮຽນ​ຍິງ​ບໍ່​ໃຫ້​ກັບ​ຄືນ​ໄປ​ໂຮງຮຽນ​

ກຸ່ມຕາ​ລີ​ບັນ​ສັ່ງ​ຫ້າມ​ນັກ​ຮຽນ​ຍິງ​ບໍ່​ໃຫ້​ກັບ​ຄືນ​ໄປ​ໂຮງຮຽນ​

Published on

ໃນວັນ​ທີ 23 ມີນາ​ນີ້ AFP ລາຍ​ງານ​ວ່າ: ເກີດກະແສຄວາມ​ຢ້ານ​ກົວໄດ້​ເກີດ​ຂຶ້ນ​ໃນ​ສັງຄົມ​ອັຟກາ​ນິສຖານ ຫຼັງຈາກ​ກຸ່ມກໍ່ການຮ້າຍຕາ​ລີ​ບັນ​ໄດທີ່ຍຶດຄອງ​ອັຟກາ​ນິສຖານຢູ່ຕອນນີ້ ສັ່ງປິດໂຮງຮຽນມັດທະຍົມຂອງເດັກຍິງທັງໝົດໃນເມືອງ Sarcona ແລະ ເມືອງ Kabul ຫຼັງຈາກໄດ້ຮັບອະນຸຍາດໃຫ້ເປີດພຽງແຕ່ບໍ່ເທົ່າໃດຊົ່ວໂມງ, ມີພຽງແຕ່​ນັກຮຽນ​ຊາຍ ​ແລະ ຄູ​ສອນ​ຊາຍ​ທີ່ສາມາດກັບ​ຄືນ​ໄປ​ໂຮງຮຽນໄດ້.

ດ້ວຍເຫດນີ້ ນັກຮຽນຍິງຫຼາຍຄົນກໍ່ຕົກໃຈ ແລະ ຮ້ອງໄຫ້ຍ້ອນຢ້ານວ່າເຂົາເຈົ້າຈະບໍ່ໄດ້ຮຽນຕໍ່ ເຊິ່ງ​ຂັດ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ເມື່ອ​ກ່ອນ​ທີ່ວ່າ​ຈະ​ອະນຸຍາດ​ໃຫ້​ມີ​ແມ່ຍິງການ​ສຶກສາ​.

ໃນຂະນະ ທ່ານ ອາຊີສ ອາເມັດ (Aziz Ahmed) ໂຄສົກຂອງກະຊວງສຶກສາທິການຂອງຕາລິບັນ ລາຍງານວ່າ: ເຫດຜົນສໍາລັບການນີ້ບໍ່ສາມາດເປີດເຜີຍໄດ້ ເຮັດໃຫ້ຜູ້ຕາງຫນ້າຂອງສະຫະປະຊາຊາດ ທ່ານນາງ ເດໂບລາ ລີຍົົງ (Deborah Lyons) ໄດ້ທະວິດຂໍ້ຄວາມວ່າມີຄວາມໜ້າກັງວົນຫຼາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...