Homeຂ່າວຕ່າງປະເທດສະຖານທູດຢູເຄຣນໄດ້ຮັບ 100 ຂໍ້ສະເໜີຫ້ອງພັກຟຣີ

ສະຖານທູດຢູເຄຣນໄດ້ຮັບ 100 ຂໍ້ສະເໜີຫ້ອງພັກຟຣີ

Published on

ອີງຕາມການລາຍງານຂອງສຳນັກຂ່າວ Bangkok Post ໄດ້ລະບຸວ່າ: ສະຖານທູດເອີຣົບເປີດເຜີຍໃນວັນສຸກທີ່ຜ່ານມາວ່າ: ມີຄົນໄທ 100 ກວ່າຄົນ ກໍາລັງຢື່ນຄໍາຮ້ອງເພື່ອໃຫ້ມີທີ່ພັກແກ່ຊາວຢູເຄຣນທີ່ຕິດຄ້າງຢູ່ໃນອານາຈັກໄທ ທ່າມກາງຄວາມຂັດແຍ່ງລະຫວ່າງປະເທດໃນເອີຣົບຕາເວັນອອກ.

ສະຖານທູດໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ບາງກອກ ເພື່ອອັບເດດຕໍ່ສື່ມວນຊົນກ່ຽວກັບຄວາມຄືບໜ້າຫລ້າສຸດກ່ຽວກັບການໂຈມຕີຂອງຣັດເຊຍໃນຢູເຄຣນ.

ຄວາມກັງວົນປະການໜຶ່ງທີ່ເກີດຈາກສື່ມວນຊົນແມ່ນຊາວຢູເຄຣນທີ່ບໍ່ສາມາດກັບຄືນບ້ານໄດ້ຍ້ອນຄວາມຂັດແຍ່ງກັນ.
ທ່ານ ໂອເລັກຊານເດີ ໄລຊັກ (Oleksandr Lysak) ເອກອັກຄະລັດຖະທູດຢູເຄຣນປະຈຳປະເທດໄທ ກ່າວວ່າ ຄຽບ (Kyiv) ໄດ້ເປີດໂຕເວັບໄຊທ໌ເພື່ອສະໜອງທີ່ພັກໃຫ້ຟຣີແກ່ຊາວຢູເຄຣນທີ່ຕ້ອງການຄວາມຊ່ວຍເຫຼືອຢູ່ຕ່າງປະເທດ. ທ່ານກ່າວວ່າ “ໃນເວລານີ້ ມີຫຼາຍກວ່າ 100 ຂໍ້ສະເຫນີຈາກພົນລະເມືອງໄທທີ່ພວກເຮົາໄດ້ຮັບ ແລະ ພວກເຮົາເຊິ່ງເປັນຊາວຢູເຄຣນ ຮູ້ສຶກຂອບໃຈເປັນຢ່າງສູງສໍາລັບໂອກາດນີ້ ທີ່ຈະໄດ້ຢູ່ປະເທດໄທໂດຍມີບ່ອນພັກເຊົາຟຣີ.” ທ່ານກ່າວອີກວ່າ ມີຊາວຢູເຄຣນຫຼາຍກວ່າ 3,000 ຄົນ ທີ່ຕິດຄ້າງຢູ່ໃນປະເທດໄທ.

ທ່ານກ່າວວ່າ ສະຖານທູດໄດ້ຮຽກຮ້ອງໃຫ້ສໍານັກງານກວດຄົນເຂົ້າປະເທດພິຈາລະນາການໃຫ້ເວລາຕໍ່ວີຊາແກ່ຊາວຢູເຄຣນທີ່ບໍ່ສາມາດກັບຄືນບ້ານໄດ້. ນອກຈາກນີ້ ທາງສະຖານທູດຍັງໄດ້ພະຍາຍາມໃຫ້ການຊ່ວຍເຫຼືອແກ່ພວກເຂົາ.
ກ່ຽວກັບການບໍລິຈາກເງິນ ທ່ານກ່າວວ່າ ເງິນທີ່ຄົນໄທມອບໃຫ້ແມ່ນຈະຖືກສົ່ງໃຫ້ທະນາຄານແຫ່ງຊາດຂອງຢູເຄຣນທຸກມື້ ໂດຍສາມາດຕິດຕາມການໂອນເງິນໄດ້ເພື່ອຄວາມໂປ່ງໃສ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...