Homeຂ່າວຕ່າງປະເທດຈີນເລັ່ງຫາກ່ອງດຳຫຼັງຈາກເຮືອບິນຕົກຄັ້ງທຳອິດໃນຮອບ 12 ປີ

ຈີນເລັ່ງຫາກ່ອງດຳຫຼັງຈາກເຮືອບິນຕົກຄັ້ງທຳອິດໃນຮອບ 12 ປີ

Published on

ໜ່ວຍກູ້ໄພຈີນເລັ່ງຊອກຫາກ່ອງດຳ ​ເພື່ອ​ຊ່ວຍ​ແກ້​ໄຂ​ປິດສະໜາການຕົກ​ຂອງ​ເຮືອບິນ​ໂບອິ້ງ 737-800 ສາຍການບິນ China Eastern Airlines ຂະນະນີ້ຍັງ​ບໍ່​ທັນພົບຜູ້ລອດຊີວິດ

ເຮືອບິນໂບອິງ 737-800 ແລ່ນໂດຍສາຍການບິນ China Eastern Airlines ໄດ້ຕົກໃສ່ພື້ນໃນຮ່ອມພູຢູ່​ເຂດ​ປົກຄອງ​ຕົນ​ເອງກວ່າງຊີຈ້ວງ ທາງ​ໃຕ້​ຂອງ​ປະ​ເທດ ຫຼັງຂຶ້ນບິນໄດ້ປະມານ 1 ຊົ່ວໂມງຫຼັງ ເຊິ່ງສາຍການບິນດັ່ງກ່າວມີຜູ້ໂດຍສານ ແລະ ລູກເຮືອ 132 ຄົນຢູ່ເທິງເຮືອບິນ.

ຫຼັງຈາກເກີດເຫດ ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສັ່ງ​ໃຫ້​ລະດົມ​ກຳລັງ​ທີ່​ມີ​ຢູ່ ທັງເຈົ້າໜ້າທີ່ກູ້ໄພສຸກເສີນ, ທີມງານດັບເພີງ ແລະ ຜູ້ຊ່ຽວຊານ ໄປພຶ້ນທີ່ຈຸດຕົກ ພ້ອມທັງ​ສືບສວນ​ເຫດການ​ຮ້າຍ​ແຮງ​ດັ່ງກ່າວ​ຢ່າງ​ໂປ່​ງ​ໃສ ​ແລະ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອີງ​ຕາມ​ເວັບ​ໄຊ FlightRadar24 ໄດ້ລະບຸວ່າ: ຖ້ຽວ​ບິນດັ່ງກ່າວໄດ້ຫຼຸດ​ລະດັບການບິນລົງຢ່າງໄວຈາກຄວາມສູງ 8,870 ແມັດ​ ເຫຼືອ 982 ແມັດ​ໃນ​ເວລາ​ພຽງ 3 ນາ​ທີ ກ່ອນ​ຂໍ້​ມູນ​ຂອງ​ຖ້ຽວ​ບິນ​ຈະ​ຢຸດ​ລົງ​ໃນ​ເວລາ 2:22 ​ໂມງ​ຕາມ​ເວລາ​ທ້ອງ​ຖິ່ນ.

ຂະນະ​ທີ່​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ຄວາມ​ປອດ​ໄພ​ການບິນ​ເລີ່​ມກວດສອບ​ພາບ​ທີ່​ບັນທຶກ​ອຸບັດ​ເຫດ​ຂອງ​ຍົນ​ຕົກໄດ້ພົບວ່າ ເຮືອບິນ​ໄດ້​ດິ່ງລົງສູ່ພຶ້ນ​ດ້ວຍ​ຄວາມ​ໄວ​ໃນລັກສະນະແນວຕັ້ງເຊິ່ງບໍ່ຄ່ອຍເກີດຂຶ້ນຈາກເຫດເກນທີ່ຜ່ານມາ.

ຈາກການກວດກາພົບວ່າ: ເຮືອບິນດັ່ງກ່າວໄດ້ໃຫ້ບໍລິການພຽງແຕ່ 6 ປີເທົ່ານັ້ນ ແລະ 737-800 ກໍເປັນຮຸ່ນທີ່ໄວ້ວາງໃຈໄດ້  ເນື່ອງຈາກມີສະຖິຕິຄວາມປອດໄພທາງອາກາດດີກວ່າ 737 Max, ເຊິ່ງປະສົບເຫດການຕົກໃນເວລວໄລ່ເລ່ຍກັນ  ແລະ ຖືກລະງັບໃຊ້ງານທົ່ວໂລກ.

ຫຼ້າສຸດ ບໍລິສັດ​ໂບອິ້ງ​ໄດ້​ອອກ​ຖະ​ແຫຼງວ່າ: ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ໃນ​ການ​ສືບ​ສວນ​ເຫດ​ການ ແລະ ໄດ້ຮັບການປະສານງານກັບຄະນະກໍາມະການຄວາມປອດໄພການຂົນສົ່ງແຫ່ງຊາດສະຫະລັດແລ້ວ.

ດ້ານສາຍ​ການ​ບິນ​ China Eastern ອອກມາສະແດງ​ຄວາມ​ເສຍ​ໃຈ​ກັບ​ຄອບ​ຄົວ​ຂອງ​ຜູ້​ໂດຍ​ສານ​ແລະ​ລູກ​ເຮືອ​ທັງ​ຫມົດ​. ໂດຍການປ່ຽນເວັບໄຊທ໌ເປັນສີຂາວ-ດຳເພື່ອໄວ້ທຸກ ​ແຕ່​ຈຳນວນ​ຜູ້​ເສຍ​ຊີວິດ​ຍັງ​ບໍ່​ທັນ​ໄດ້​ລະບຸ​ໄວ້ ຫຼື ​ໃຫ້​ລາຍ​ລະ​ອຽດ​ອື່ນໆ​ ແລະ ​ເບື້ອງ​ຕົ້ນສາຍ​ການ​ບິນ​ໄດ້​ສັ່ງ​ໃຫ້​ລະ​ງັບ​ການໃຊ້ງານຂອງ​ເຮືອ​ບິນຮຸ່ນນີ້​ທຸກລຳ.

ສ່ວນຄວາມຄືບໜ້າຂອງພາລະກິດຄົ້ນຫາກູ້ໄພ ເຈົ້າໜ້າທີ່ຫຼາຍຮ້ອຍຄົນຍັງເຮັດວຽກຢູ່. ເກັບເອົາຊາກຫັກພັງຂອງເຮືອບິນຢູ່ບ່ອນເກີດເຫດ, ເປົ້າໝາຍແມ່ນເພື່ອຊອກຫາກ່ອງດຳສອງໜ່ວຍທີ່ຈະຊ່ວຍແກ້ໄຂປິດສະໜາຂອງອຸປະຕິເຫດໄດ້.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...