spot_img
Homeຂ່າວຕ່າງປະເທດຂົວສິນຄ້າຂ້າມຊາຍເເດນໄທ-ມຽນມາໄດ້ຮັບຜົນກະທົບຈາກວາງການລະເບີດ

ຂົວສິນຄ້າຂ້າມຊາຍເເດນໄທ-ມຽນມາໄດ້ຮັບຜົນກະທົບຈາກວາງການລະເບີດ

Published on

ອີງຕາມການລາຍງານຈາກສຳນັກຂ່າວ ມະຕິຊົນອອນລາຍ ໃນວັນ​ທີ 14 ມີນາ​ທີ່ຜ່ານມາໃຫ້ຮູ້ວ່າ: ວັນທີ 11 ມີນາ 2022 ທີ່ຜ່ານມາເກີດເຫດການວາງລະເບີດໂດຍລັດຖະບານຕໍ່ຕ້ານມຽນມາ. ຢູ່ຂົວມິດຕະພາບ ໄທ-ມຽນມາ ບໍລິເວນນ້ຳຕົກຕາດໂນນ ເສັ້ນທາງ ເມຍວາດີ-ໂກກະເລັກ ຫ່າງຈາກແຂວງເມຍວາດີ 20 ກິໂລແມັດ ເຊິ່ງເກິດຄວາມເສຍຫາຍເຮັດໃຫ້​ລົດ​ຂົນ​ສົ່ງ​ສິນຄ້າ​ຫຼຸດ​ລົງ​ຫຼາຍ ເນື່ອງຈາກ​ສິນ​ຄ້າ​ບໍ່​ສາ​ມາດ​ນຳ​ເຂົ້າ​ບັນ​ດາ​ແຂວງ​ພາຍ​ໃນ​ຂອງ​ມຽນ​ມາໄດ້.

ຫຼ້າສຸດ​ເຂດ​ທາງ​ຫຼວງ​ມຽນມາ​ໄດ້​ຮັບ​ການ​ປະສານ​ງານ​ຈາກ​ກົມ​ຮັກສາ​ຄວາມ​ປອດ​ໄພ​ເພື່ອ​ສ້ອມ​ແປງ​ຂົວ ແລະ ​ໄດ້​ເຮັດ​ໃຫ້​ຂົວ bailey​ ເພື່ອໃຫ້ລົດນ້ອຍແລ່ນໄປມາໄດ້ ຍົກເວັ້ນລົດບັນທຸກຂະໜາດໃຫຍ່ ແຕ່ວັນທີ 14-16 ມີນາ 2022 ສົ່ງຜົນກະທົບຕໍ່ການຄ້າຊາຍແດນໄທ-ມຽນມາ ບໍ່ສາມາດຂົນສົ່ງສິນຄ້າໄດ້ງ່າຍ

ສໍາລັບເຫດລະເບີດຂົວທາງ ເມຍວາດີ-ກໍກາເລກ ໃນຄັ້ງນີ້ສື່ມວນຊົນທີ່ສະໜັບສະໜູນລັດຖະບານມຽນມາ ກ່າວວ່າ: ເປັນຝີມືພັນເອກຈໍແຕ້ຮ່ວມກັບ PDF

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...