Homeຂ່າວຕ່າງປະເທດ5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ຄະນະ​ກຳມະການ​ກາ​ແດງ​ສາກົນ (ICRC) ກ່າວ​ວ່າ ສະຖານະ​ການ​ໃນ​ເມືອງ Mariupol ​ແມ່ນ​ຮ້າຍ​ແຮງ​ຫຼາຍ ​ໂດຍ​ມີ​ປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ຄົນ​ຕິດ​ຢູ່​ຍ້ອນ​ການ​ສູ້​ລົບ​ຢ່າງ​ໜັກໜ່ວງ. ລວມທັງເດັກນ້ອຍແລະຜູ້ສູງອາຍຸ, ທີ່ບໍ່ມີການເຂົ້າເຖິງອາຫານແລະນ້ໍາ. ສົບ​ຂອງ​ທັງ​ປະ​ຊາ​ຊົນ ​ແລະ ​ທະ​ຫານ ຍັງ​ຄົງ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ລົ້ມ. ຄົນທີ່ມີການບາດເຈັບບໍ່ສາມາດປິ່ນປົວໄດ້.

2. ຣັດເຊຍໃນມື້ນີ້ສັນຍາວ່າຈະໃຫ້ທາງອອກຈາກ Mariupol ທີ່ປອດໄພສໍາລັບກໍາລັງຂອງອູແກຣນທີ່ ‘ວາງອາວຸດ’ ຈະອະນຸຍາດໃຫ້ປະຊາກອນອອກໄປໂດຍຜ່ານເສັ້ນທາງມະນຸດສະທຳ humanitarian coridors.

3. ຣັດ​ເຊຍ​ ກ່າວ​ວ່າຕົນ​ເອງ​ໄດ້​ນໍາ​ໃຊ້​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງ (ໄຮເປີໂຊນິກ) (hypersonic missiles) “Kinzhal” ທີ່​ເປັນ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄຫມພັດທະນາໂດຍຣັດເຊຍເອງ​, ເພື່ອ​ທຳລາຍ​ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ຂົງ​ເຂດ Nikolaev ຂອງ​ຢູ​ເຄຣນ.

4. ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Fumio Kishida ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ມີ​ທ່າ​ທີ​ເຄັ່ງ​ຄັດ​ກວ່າ​ເມື່ອ​ກ່ອນ​ຕໍ່​ຕ້ານ​ລັດ​ເຊຍ ຍ້ອນ​ການ​ປະ​ຕິ​ບັດ​ງານ​ພິ​ເສດ​ຢູ່​ຢູ​ແກຼນ.

5. ຫ້ອງການ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ມີ​ປະ​ຊາ​ສົນ​ຢ່າງ​ໜ້ອຍ 847 ຄົນ​ໄດ້​ເສຍ​ຊີວິດ ​ແລະ 1,399 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ຢູ​ເຄຣນ​ໃນ​ວັນ​ສຸກ​ວານ​ນີ້.

ແຫຼ່ງຂໍ້ມູນ:

https://www.icrc.org/en/document/ukraine-conflict-icrc-urgent-safe-passage-save-lives-mariupol

https://tass.com/defense/1424845

https://sputniknews.com/20220320/russian-armed-forces-wipe-out-major-ukrainian-military-base-using-hypersonic-missile-1094027999.html

https://tass.com/world/1424769

https://www.japantimes.co.jp/news/2022/03/20/national/kishida-modi-talks-ukraine/

https://www.ohchr.org/en/press-releases/2022/03/ukraine-civilian-casualties-update-19-march-2022

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...