spot_img
Homeຂ່າວພາຍ​ໃນຈາກົວ ແລນໂຣເວີ ລາວ, ຜູ້ນຳດ້ານລົດຫຼູ ເຜີຍໂສມລົດ New Defender 90

ຈາກົວ ແລນໂຣເວີ ລາວ, ຜູ້ນຳດ້ານລົດຫຼູ ເຜີຍໂສມລົດ New Defender 90

Published on

ຈາກົວ ແລນໂຣເວີ ລາວ, ຜູ້ນຳດ້ານລົດຫຼູ ເຜີຍໂສມລົດ New Defender 90 ໃນງານວຽງຈັນມໍເຕີ້ໂຊ ທີ່ລາວໄອເຕັກໃນວັນທີ 5/3/2022 ທີ່ຜ່ານມາ, ໃຫ້ກຽດເປີດງານໂດຍທ່ານ Wayne Macintosh, ຜູ້ອໍານວຍການຈັດການດ້ານລົດຍົນ ບໍລິສັດ ລາວຟອດ ຊີຕີ້ ແລະ ທ່ານ Biju Narayanan, ຜູ້ອໍານວຍການ ຈາກົວ ແລນໂຣເວີ ລາວ.

ລົດ New Defender 90 ເປັນຕົວແທນຂອງນະວັດຕະກຳ ແລະ ການພັດທະນາເປັນເວລາຫຼາຍກວ່າ 70 ປີ. ໃຫ້ກຽດແກ່ປະຫວັດອັນຍາວນານຂອງຕົວລົດທີ່ເວົ້າເຖິງຄວາມແຂງແກ່ນ ແລະ ທົນທານໃນຂະນະທີ່ຍັງຄົງຄວາມເປັນ Defender ຂອງສັດຕະວັດນີ້. ກ່ອນໜ້ານີ້, ທາງຈາກົວ ແລນໂຣເວີ ລາວເອງແມ່ນໄດ້ມີການເປີດໂຕລົດ Land Rover Defender 110 ໃນວັນທີ 24 ເດືອນ 9 ປິ 2020 ເຊິ່ງພາຍຫຼັງທີ່ເປີດໂຕ ລົດ Land Rover Defender ກໍໄດ້ຄອງໃຈຜູ້ຊົມໃຊ້ໃນລາວມາຕັ້ງແຕ່ຕອນນັ້ນ ແລະ ໃຫ້ນິຍາມວ່າ ລາຊາແຫ່ງການປະຈົນໄພ ເຊິ່ງສະແດງໃຫ້ເຫັນເຖິງຄໍາຂວັນທີ່ວ່າ “ຄວາມສາມາດຂອງສິ່ງທີ່ຍິ່ງໃຫຍ່ ແລະ ຮູບຮ່າງຂອງການປະຈົນໄພ” ຫຼື “Capable of great things and shape of adventure”. ປະຈຸບັນລົດໃນຕະກູນ Defender ປະກອບມີ Defender 90 ແລະ Defender 110. ນັບຕັ້ງແຕ່ມື້ເປີດໂຕ Defender ແມ່ນຊະນະລາງວັນທົ່ວໂລກຫຼາຍກວ່າ 50 ລາຍການ ປະກອບມີລາງວັນ Top Gear’s 2022 Car of the Year, ລາງວັນ MotorTrend’s 2021 SUV of the Year ແລະ ລາງວັນ Autocar’s Best SUV 2020.

ລົດ New Defender 90 ແມ່ນມີການເປີດໂຕດ້ວຍລະບົບຂັບເຄື່ອນສີ່ລໍ້ແບບ Off-Road ດ້ວຍການອອກແບບທີ່ຊັບຊ້ອນ ແລະ ເປັນເອກະລັກເກືອບ 75 ປີທີ່ຜ່ານມາ ລົດ New Defender 90 ແມ່ນແຕກຕ່າງຈາກ Land Rover ລຸ້ນກ່ອນຫຼາຍ, ແຕ່ມີການອອກແບບທີ່ເຊື່ອມໂຍງເຖິງອາດີດທີ່ຊັດເຈນ.


ໂຕລົດມີການອອກແບບທີ່ປານີດ ແລະ ມີເອກະລັກດ້ວຍການອອກແບບໃຫ້ທັນສະໄໝຂຶ້ນຕ່າງຈາກລຸ້ນກ່ອນທີ່ມີຄວາມເປັນລົດລຸຍສູງ, ພາຍໃນຫ້ອງໂດຍສານກ້ວາງຂວາງ, ນັ່ງສະບາຍ, ວັດສະດຸມີຄວາມທົນທານທີ່ສຸດ ແລະ ມີການທົດສອບຄວາມສາມາດສູງສຸດຂອງລົດ. Defender ແມ່ນມີການອອກແບບທີ່ມີຄວາມທົນທານສູງສຸດ ສາມາດຂັບຂີ່ໄດ້ທຸກສະພາບຖະໜົນ ເຊິ່ງທ່ານສາມາດໝັ້ນໃຈໄດ້ເລີຍບໍ່ວ່າຈະເປັນການເດີນທາງຜ່ານປ່າ ຫຼື ຊົນນະບົດ, ມີໂໝດຂັບຂີ່ຜ່ານດິນຊາຍ ແລະ ສະພາບອາກາດທີ່ເຢັນ. ຈຸດປະສົງໃນການອອກແບບທີ່ຫຼຸດຄວາມຊັບຊ້ອນຂອງພື້ນຜິວຂອງລົດກໍເພື່ອເຮັດໃຫ້ Defender ເໝາະກັບການປະຈົນໄພໃນສັດຕະວັດທີ 21, ມີເຕັກໂນໂລຍີທີ່ໃຊ້ງານງ່າຍເພື່ອຄວາມສະດວກສະບາຍ, ລວມເຖິງການເຊື່ອມຕໍ່ຕ່າງໆ ແລະ ການເຫັນວິໄສທັດທີ່ກວ້າງໄກຂຶ້ນ.

ລົດ Land Rover ແມ່ນມີການຈຳໜ່າຍຢ່າງເຕັມຮູບແບບໂດຍເລີ່ມຕົ້ນຂຶ້ນໃນປີ 2009 ເຊິ່ງມີທີມງານຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດມາໃຫ້ຄໍາແນະນໍາ ແລະ ຊ່ວຍເຫຼືອ, ເຊິ່ງນັ້ນໄດ້ເຮັດໃຫ້ Jaguar ໄດ້ຖືກເພີ່ມເຂົ້າມາຈໍາໜ່າຍໃນປີ 2013. ການເຕີບໂຕຂອງຕະຫຼາດລາວ ແມ່ນເຫັນໄດ້ວ່າມີທ່າອ່ຽງທີ່ດີຫຼາຍເຊັ່ນກັນ. ດັ່ງທີ່ບັນດາທ່ານເຫັນຕົວຈິງໃນທ້ອງຖະໜົນ, ລົດຂອງ Jaguar ແລະ Land Rover ແມ່ນເປັນຜູ້ນໍາໃນສັດສ່ວນທ້ອງຕະຫຼາດຂອງລົດປະເພດດຽວກັນ. ມາຮອດປັດຈຸບັນ, ພວກເຮົາໄດ້ຈໍາໜ່າຍລົດໄປແລ້ວຫຼາຍກວ່າ 1200 ຄັນ ແລະ ພວກເຮົາຄາດວ່າຈະສາມາດຍາດເອົາສ່ວນແບ່ງຕະຫຼາດລົດພຣີມ້ຽມໄດ້ຫຼາຍຍິ່ງຂື້ນອີກໃນອານາຄົດ.

ໃນຂະນະທີ່ບໍລິສັດກໍາລັງກ້າວໄປສູ່ການປ່ຽນແປງອັນກ້າວກະໂດດ. Jaguar Land Rover Laos ຖືໄດ້ວ່າແມ່ນຜູ້ນໍາເຂົ້າລົດແບບພຣີມ້ຽນແຫ່ງທໍາອິດ ທີ່ໄດ້ມີການປະຕິບັດ ແລະ ກະກຽມຄວາມພ້ອມດ້ານໄຟຟ້າ ຜ່ານການລົງທຶນຢ່າງຈິງຈັງໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຝຶກອົບຮົມໃຫ້ທັງຝ່າຍຂາຍ ແລະ ຝ່າຍບໍລິການ.

ນອກເໜືອຈາກຮູບຊົງທີ່ສວຍງາມແລ້ວນັ້ນ, ສະມັດທະນະທີ່ດີຍິ່ງກວ່າຂອງພາຫະນະ ແລະ ຄວາມມຸ່ງໝັ້ນຕັ້ງໃຈໃນການນໍາໃຊ້ເຕັກໂນໂລຢີສີຂຽວຕໍໍ່ກັບຜູ້ຂັບຂີ່, ລູກຄ້າ Jaguar Land Rover Laos ຍັງຈະໄດ້ຮັບຜົນປະໂຫຍດ ແລະ ສິດທິພິເສດທີ່ລວມເອົາ ຄວາມສາມາດໃນການສັ່ງລົດຕາມສະເປັກທີ່ຕົນເອງຕ້ອງການ, ທັງໃນເລື່ອງຂອງອຸປະກອນເສີມແບບສະເພາະແຕ່ລະບຸກຄົນ, ໄລຍະເວລາຮັບປະກັນທີ່ຍາວນານ ແລະ ແຜນການບໍລິການຫຼັງການຂາຍອື່ນໆ ພ້ອມທັງຕົວເລືອກການຈ່າຍຜ່ອນທີ່ມີລາຄາສົມເຫດສົມຜົນສາມາດຈັບຕ້ອງເປັນເຈົ້າຂອງກັນໄດ້ຢ່າງບໍ່ມີຂໍ້ກັງວົນ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...