Homeຂ່າວຕ່າງປະເທດສານໂລກສັ່ງໃຫ້ຣັດເຊຍຍຸດຕິການເຄື່ອນ​ໄຫວ​ທາງ​ທະຫານ

ສານໂລກສັ່ງໃຫ້ຣັດເຊຍຍຸດຕິການເຄື່ອນ​ໄຫວ​ທາງ​ທະຫານ

Published on

ສານຍຸດຕິທໍາລະຫວ່າງປະເທດ (ICJ) ຫຼື ສານໂລກ ມີມະຕິດ້ວຍຄະແນນສຽງ 13-2 ໃຫ້ຣັດເຊຍຍຸດຕິການເຄື່ອນໄຫວທາງທະຫານໃນຢູເຄຣນໂດຍທັນທີ. ນອກຈາກນີ້ ສານຍັງກ່າວວ່າ ຣັດເຊຍຕ້ອງສັ່ງໃຫ້ກອງກໍາລັງອື່ນໆພາຍໃຕ້ການນໍາພາຂອງຣັດເຊຍ ໃຫ້ຍຸດຕິການດໍາເນີນການເຄື່ອນໄຫວທາງທະຫານເຊັ່ນກັນ.

ກ່ອນໜ້ານີ້ ຢູເຄຣນຮຽກຮ້ອງໃຫ້ສານຕີຄວາມສົນທິສັນຍາປີ 1948 ວ່າດ້ວຍການປ້ອງກັນການທໍາລາຍລ້າງເຜົ່າພັນ ໂດຍຄໍາຟ້ອງຂອງຢູເຄຣນລະບຸວ່າ ຣັດເຊຍໄດ້ຕີຄວາມສົນທິສັນຍາດັ່ງກ່າວຜິດ.
ປະທານນາທິບໍດີຣັດເຊຍ ທ່ານ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ກ່າວວ່າ ການທີ່ຣັດເຊຍໃຊ້ປະຕິບັດການພິເສດທາງການທະຫານຕໍ່ຢູເຄຣນເປັນໄປຕາມຄວາມຊອບທໍາ ເພື່ອປ້ອງກັນປະຊາຊົນໃນຢູເຄຣນຕາເວັນອອກຈາກການກົດຂີ່ ແລະ ທໍາລາຍລ້າງເຜົ່າພັນຍາວນານເຖິງ 8 ປີ.

ຢູເຄຣນກ່າວວ່າ ບໍ່ມີຫຼັກຖານທີ່ສະແດງວ່າ ມີການທໍາລາຍລ້າງເຜົ່າພັນເກີດຂຶ້ນໃນຢູເຄຣນຕາເວັນອອກ ແລະ ຢູເຄຣນຮຽກຮ້ອງຕໍ່ສານ ເພື່ອໃຫ້ມີຄໍາພິພາກສາວ່າ ຣັດເຊຍບໍ່ມີອໍານາດຕາມກົດໝາຍທີ່ຈະເຮັດການໂຈມຕີຢູເຄຣນໂດຍໃຫ້ເຫດຜົນວ່າ ເພື່ອປ້ອງກັນການທໍາລາຍລ້າງເຜົ່າພັນ. ເຖິງແມ່ນວ່າທີ່ຜ່ານມາ ສານໂລກມັກໃຊ້ເວລາຫຼາຍປີກ່ອນທີ່ຈະມີການຕັດສິນຄະດີເຖິງທີ່ສຸດລະຫວ່າງລັດທີ່ເປັນຄູ່ຂັດແຍ່ງ ແຕ່ສານໂລກກໍ່ມີຂະບວນການເລັ່ງລັດພິຈາລະນາຄະດີ ແລະ ມີອໍານາດໃນການອອກຄໍາສັ່ງຄຸ້ມຄອງຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ສະຖານະການໂຫດຮ້າຍຂຶ້ນ ກ່ອນທີ່ຈະເຮັດການພິພາກສາໃນປະເດັນພື້ນຖານອື່ນໆ. ຄໍາຕັດສິນຂອງສານແມ່ນ ມີພັນທະທາງກົດໝາຍທີ່ປະເທດຕ່າງໆຕ້ອງປະຕິບັດຕາມ.

ເຖິງຢ່າງໃດກໍ່ຕາມ ສານໂລກບໍ່ມີອໍານາດບັງຄັບໃຊ້ໂດຍກົງ ແລະ ຜ່ານມາກໍ່ມີບາງປະເທດທີ່ບໍ່ປະຕິບັດຕາມຄໍາຕັດສິນຂອງສານ ເຊິ່ງຖ້າເກີດກໍລະນີດັ່ງກ່າວ ສານໂລກກໍ່ຈະສົ່ງເລື່ອງເຂົ້າສູ່ການພິຈາລະນາຂອງຄະນະສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໂດຍໃນກໍລະນີຂອງຢູເຄຣນ, ຣັດເຊຍເຊິ່ງເປັນຄູ່ຂັດແຍ່ງສາມາດໃຊ້ອໍານາດໃນຖານະຊະມາຊິກຖາວອນ ໃຊ້ສິດທິຕອບໂຕ້ຕໍ່ມະຕິຂອງ UNSC ເຮັດໃຫ້ຄໍາຕັດສິນຂອງສານໂລກບໍ່ມີຜົນກະທົບໃດໆຕໍ່ຣັດເຊຍ ຖ້າຫາກຣັດເຊຍເມີນເສີຍຕໍ່ຄໍາສັ່ງດັ່ງກ່າວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...