Homeຂ່າວຕ່າງປະເທດປະທານາທິບໍດີສະຫະລັດ ຊ່ວຍເຫຼືອ ຢູເຄຣນ ມູນຄ່າ 1 ຕຶ້ຶໂດລາ

ປະທານາທິບໍດີສະຫະລັດ ຊ່ວຍເຫຼືອ ຢູເຄຣນ ມູນຄ່າ 1 ຕຶ້ຶໂດລາ

Published on

ອີງຕາມການລາຍງານສຳນັກ​ຂ່າວ The Hill ​ໄດ້​ລາຍ​ງານ​ວ່າ: ວັນ​ທີ 16 ມີນາ 2022 ປະທານາທິບໍດີ ໂຈ ໄບເດັນ ປະກາດ​ອະນຸມັດ​ສົ່ງເງິນຊ່ວຍ​ເຫຼືອ​ໃຫ້​ຢູເຄຣນ 1 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ທະຫານ ແລະ ອົບພະຍົບຜູ້ລີ້ໄພອອກຈາກຢູເຄຣນ. ເງິນດັ່ງກ່າວໄດ້ມາພາຍຫຼັງຝ່າຍບໍລິຫານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສົ່ງເງິນຊ່ວຍເຫຼືອ 6 ຕື້ບາດ ໃຫ້ແກ່ຊາວອົບພະຍົບຢູເຄຣນ ຂະນະ​ທີ່​ມີ​ຜູ້​ອົບ​ພະຍົບ 3 ລ້ານ​ກວ່າ​ຄົນ​ໄດ້​ໜີ​ອອກ​ນອກຈາກ​ປະ​ເທດ.

ການ​ຊ່ວຍ​ເຫຼືອ ຢູເຄຣນ​ ທ່າມກາງການໂຈມຕີຂອງຣັດເຊຍ ງົບປະມານສ່ວນໃຫຍ່ຈະນຳໃຊ້ເຂົ້າໃນການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳເຊັ່ນ: ອາຫານ, ຢາປົວພະຍາດ ແລະ ທີ່ພັກອາໄສ, ຖັດມາແມ່ນການຊ່ວຍເຫຼືອດ້ານອຸປະກອນການທະຫານ ແລະ ​ການ​ສົ່ງ​ກຳລັງທະຫານ​ສະຫະລັດ ໃນ​ປະ​ເທດ​ຢູເຄຣນ

ໂດຍໃນຊ່ວງປີທີ່ຜ່ານມາ ​ອາ​ເມ​ລິ​ກາ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ 1,2 ຕື້​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຢູເຄຣນ ແລະ​ ມີ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳເຊັ່ນ: ນ້ຳ, ຢາ​ປົວ​ພະຍາດ ​ແລະ ສະບຽງ​ອາຫານ ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ຢູເຄຣນ​​ຫຼາຍ​ກວ່າ 1 ໝື່ນ​ໂຕນ​ຕໍ່​ມື້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...