spot_img
Homeຂ່າວພາຍ​ໃນມາດາມໂບ ອັດສີດ 100 ລ້ານກີບໃຫ້ນັກກິລາທີມຊາດລາວ ຢູ-23

ມາດາມໂບ ອັດສີດ 100 ລ້ານກີບໃຫ້ນັກກິລາທີມຊາດລາວ ຢູ-23

Published on

ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບ ອະດີດປະທານສະໂມສອນວຽງຈັນຢູໄນເຕັດ ແລະ ປັດຈຸບັນເປັນຮອງປະທານ ສະຫະພັນບານເຕະຄົນພິການ ມອບເງິນອັດສີດ 100.000.000 ກີບ ຕາມຄຳສັນຍາໃຫ້ ນັກກິລາເຕະບານ ທີມຊາດລາວ ໃນຮຸ່ນອາຍຸ 23 ປີ ຫຼື ຢູ-23 ທີ່ສ້າງປະຫວັດສາດ ຄວ້າອັນດັບທີ 3 ຮ່ວມ ລາຍການ ຢູ-23 ຊີງແຊ໋ມອາຊຽນ ຈັດຂຶ້ນລະຫວ່າງວັນທີ 14-26 ກຸມພາ ຜ່ານມາ ທີ່ນະຄອນ ພະນົມເປັນ ປະເທດກຳປູເຈຍ ໂດຍແມ່ນທີມຊາດຫວຽດນາມ ຄວ້າແຊ໋ມໄປຄອງ.

ພິທີມອບເງິນອັດສີດຈັດຂຶ້ນທີ່ໂຮງແຮມ ແລນມາກ ໃນຕອນແລງຂອງວັນທີ 14 ມີນາ 2022 ໂດຍໃຫ້ກຽດມອບເງິນໂດຍ ທ່ານ ນາງ ພິຈິກາ ບຸນກວ້າງ ແລະ ຕ່າງໜ້າຝ່າຍຮັບແມ່ນ ທ້າວ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ຢູ 23 ຕ່າງໜ້ານັກເຕະທີມຊາດລາວ ໂດຍມີຄະນະສະຫະພັນບານເຕະແຫ່ງຊາດລາວ ແລະ ຜູ້ສະໜັບສະໜູນ, ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີມອບ-ຮັບ ຍັງມີບັນດາພາກສ່ວນມອບເງິນສົມທົບ ກໍຄື ບໍລິສັດ ບຸນມາສີແສງຄຳອາສັງຫາລິມະຊັບ ຈຳກັດຜູ້ດຽວ 20.000.000 ກີບ, ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ພາກສ່ວນລະ 5.000.000 ກີບ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...