Homeຂ່າວຕ່າງປະເທດນັກຂ່າວອາ​ເມ​ຣິ​ກາຖືກຍິງຢູ່ຢູເຄຣນ

ນັກຂ່າວອາ​ເມ​ຣິ​ກາຖືກຍິງຢູ່ຢູເຄຣນ

Published on

ອີງຕາມການລາຍງານຂອງສຳນັກຂ່າວ Sputnik ນັກຂ່າວຊາວອາເມຣິກາທີ່ໄດ້ຮັບລາງວັນ ທ້າວ ເບຣນ ຣີເນົາດ໌ (Brent Renaud) ໄດ້ເສຍຊີວິດໃນຂະນະທີ່ຖືກໂຈມຕີທີ່ເມືອງເອີປິນ (Irpin) ຂອງຢູເຄຣນ ແລະ ນັກ​ຂ່າວ​ອາ​ເມ​ລິ​ກາ​ອີກ​ຄົນ​ໜຶ່ງ, ທ້າວ ຮວນ ອາຣີດອນໂດ (Juan Arredondo) ​ໄດ້​ຮັບ​ບາດ​ເຈັບ.

ໃນທວີດຕ໌, ຕໍາຫຼວດພາກພື້ນຄຽບ ໄດ້ລະບຸຜູ້ຊາຍທີ່ເສຍຊີວິດແມ່ນ ທ້າວ ຣີເນົາດ໌, ອາຍຸ 50 ປີ. ຕໍາຫຼວດໄດ້ໂພສ໌ຮູບຖ່າຍ ແລະ ຫນັງສືຜ່ານແດນອາເມຣິກາຂອງຣີເນົາດ໌ເພື່ອເປັນຫຼັກຖານ, ເຊັ່ນດຽວກັນກັບຮູບຂອງປ້າຍຂ່າວຂອງນິວຢອກທາມສ໌ (New York Times) ທີ່ມີຊື່ຂອງ ທ້າວ ຣີເນົາດ໌.

ທ່ານ ແອນດຣີ ເນເບິທໍ (Andriy Nebitov), ຫົວໜ້າຕຳຫລວດເຂດຄຽບ ກ່າວໃນໂພສ໌ເຟສບຸກວ່າ ຣີເນົາດ໌ ​ເປັນ​ນັກ​ຂ່າວ​ຕ່າງປະ​ເທດ​ຄົນ​ທຳ​ອິດ​ທີ່​ເສຍຊີວິດ​ໃນ​ສົງຄາມ​ໃນ​ຢູ​ເຄຣນ ແລະ ກ່າວຕື່ມອີກວ່າ ຍັງຜູ້ທີ່ພະຍາຍາມບອກຄວາມຈິງກ່ຽວກັບຄວາມໂຫດຮ້າຍຂອງການບຸກໂຈມຕີໃນຢູເຄຣນ.

ບັນດາ​ກຸ່ມ​ເສລີ​ດ້ານ​ຂ່າວ​ສານໄດ້ກ່າວ​ປະນາມ​ຄວາມ​ຮຸນ​ແຮງ​ໃນ​ວັນ​ອາທິດ​ວ່າ, ​ເປັນ​ການ​ລະ​ເມີດ​ກົດໝາຍ​ສາກົນ.ຄະນະກຳມະການປ້ອງກັນນັກຂ່າວກ່າວໃນຖະແຫຼງການກ່າວວ່າ “ກຳລັງຣັດເຊຍຢູ່ໃນຢູເຄຣນຕ້ອງຢຸດຕິຄວາມຮຸນແຮງທັງໝົດຕໍ່ນັກຂ່າວ ແລະ ພົນລະເຮືອນຄົນອື່ນໆໃນທັນທີ ແລະ ຜູ້ໃດທີ່ຂ້າ ທ້າວ ຣີເນົາດ໌ ຄວນຖືກພິຈາລະນາຄະດີ”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...