spot_img
Homeຂ່າວຕ່າງປະເທດ5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ອະດີດ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Gerhard Schröder ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin ຢູ່​ນະຄອນຫຼວງ Moscow ​ເພື່ອ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຢູ່​ຢູ​ເຄຣນ.

2. ການ​ເຈລະຈາ​ລະດັບ​ສູງ​ທີ່​ຈັດ​ຂຶ້ນ​ຢູ່​ຕວກກີ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ​ເຄຣນ-ຣັດ​ເຊຍ ຍັງບໍ່ມີ​ຄວາມ​ຄືບ​ໜ້າ.

3. ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ໃນ​ວັນ​ສຸກ​ມື້​ນີ້​ຕາມ​ຄຳ​ຮ້ອງ​ຂໍ​ຂອງຣັດ​ເຊຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ອ້າງ​ເອົາ​ກຳມະສິດ​ທາງ​ຊີວະ​ພາບ​ຂອງ​ມົສກູ​ໃນ​ຢູ​ເຄຣນ.

4. ຂໍ້​ສະ​ເຫນີ​ໃຫ້​ຍຶດເອົາ​ຊັບ​ສິນ​ຂອງ​ບໍ​ລິ​ສັດ​ຕ່າງ​ປະ​ເທດທີ່​ໄດ້ຖອນຕົນ​ເອງ​ອອກ​ຈາກ​ຣັດ​ເຊຍ ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ຄະ​ນະ​ກໍາ​ມະ​ການ​ຣັດ​ຖະ​ບານ​ລັດ​ເຊຍ​.

5. ກອງ​ກຳລັງ​ຣັດ​ເຊຍ​ໃນ​ຢູ​ເຄຣນ​ໄດ້​ເດີນໜ້າຄືນໃໝ່ ​ໃນ​​ເມືອງ Mariupol ເຊິ່ງຢູ່​ພາກ​ໃຕ້​ຂອງຢູເຄຣນ​ ແລະ ​ໄດ້​ເຄື່ອນໄຫວຕໍ່​ທີ່ນະຄອນຫຼວງ Kyiv

ອ້າງອີງ: https://www.politico.eu/article/gerhard-schroder-in-moscow-to-meet-putin-in-ukraine-peace-bid-sources/ 

https://tass.com/world/1419857

https://www.themoscowtimes.com/2022/03/11/un-security-council-to-meet-friday-on-biological-weapons-at-moscows-request-a76870

https://tass.com/politics/1411915

https://www.themoscowtimes.com/2022/03/10/russian-forces-at-northeastern-edge-of-kyiv-a76864

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...