Homeຂ່າວພາຍ​ໃນອຸບັດຕິເຫດຕາມທ້ອງຖະໜົນໃນເດືອນກຸມພາມີຄົນເສຍຊີວິດເຖິງ 108 ຄົນ.

ອຸບັດຕິເຫດຕາມທ້ອງຖະໜົນໃນເດືອນກຸມພາມີຄົນເສຍຊີວິດເຖິງ 108 ຄົນ.

Published on

ອຸບັດເຫດຕາມທ້ອງຖະໜົນຢູ່ໃນປະເທດລາວ ຍັງຄົງເພີ່ມຂຶ້ນຫຼາຍຍ້ອນການຂັບຂີ່ດ້ວຍຄວາມປະໝາດ ແລະ ຝ່າຝືນກົດລະບຽບທີ່ເຈົ້າໜ້າທີ່ວາງອອກ. ຊຶ່ງອຸບັດເຫດ ທີ່ເກີດຂຶ້ນສ່ວນໃຫຍ່ເປັນຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ທີ່ເປັນບັດໄຈພາໃຫ້ເກີດອຸບັດເຫດ ແລະ ເຮັດໃຫ້ມີທັງເສຍຊີວິດ ແລະ ເສຍຫາຍທາງດ້ານຊັບສິນ.

ອີງຕາມການລາຍງານຂອງກົມຕໍ່າຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ສະເພາະເດືອນກຸມພາ 2022 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 108 ຄົນ, ບາດເຈັບ 1.071 ຄົນ ແລະ ມີພາຫະນະເປ່ເພ 1. 237 ຄັນ ຈາກອຸບັດເຫດເກີດຂຶ້ນທັງຫມົດ 649 ກໍລະນີ ໃນທົ່ວປະເທດ ແຕ່ເມື່ອທຽບກັບຜູ້ເສຍຊີວິດໃນເດືອນມັງກອນ ທີ່ຜ່ານມາ ແມ່ນຫຼຸດລົງ 1 ຄົນ ຊຶ່ງມີຜູ້ເສຍ ຊີວິດ 109 ຄົນ.

ໃນນັ້ນ, ສາເຫດການເກີດອຸບັດເຫດສ່ວນໃຫຍ່ ເເມ່ກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ໄວເກີນກໍານົດ, ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ເປັນສາເຫດຂອງການເກີດອຸບັດເຫດຕາມທ້ອງຖະຫນົນ, ໃນນັ້ນ ອຸບັດເຫດສ່ວນຫຼາຍແມ່ນເກີດນັບ ccຕ່ເວລາ 18:00-24:00 ໃນ ກຸ່ມອາໃບ ກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

ຂໍ້ມູນ: ກົມຕໍ່າຫຼວດຈະລາຈອນ ຮູບ: ຫນ່ວຍກູ້ໄພ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...