Homeຂ່າວເຫດການລາວ - ຫວຽດນາມ ສືບຕໍ່ຮ່ວມມື ເສີມສ້າງຊາຍແດນສັນຕິພາບ ແລະ ມິດຕະພາບ

ລາວ – ຫວຽດນາມ ສືບຕໍ່ຮ່ວມມື ເສີມສ້າງຊາຍແດນສັນຕິພາບ ແລະ ມິດຕະພາບ

Published on

phanduangjit

 

ໃນວັນທີ 3 ເດືອນພະຈິກ ປີ 2014 ນີ້ ຢູ່ໂຮງແຮມຣີເວີເຣຍ ແຂວງຄຳມ່ວນ ສປປ ລາວ ໄດ້ຈັດກອງປະຊຸມເສີມສ້າງ

ຊາຍແດນສັນຕິພາບ ແລະ ມິດຕະພາບຄັ້ງທີ V ຂຶ້ນລະຫວ່າງແນວລາວສ້າງຊາດ 10 ແຂວງຂອງ ສປປ ລາວ ແລະ

ແນວໂຮມປະເທດຊາດ 10 ແຂວງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັນ ເພື່ອເປັນການເສີມຂະຫຍາຍ

ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ທັງເປັນການປະ

ຕິບັດຕາມສັນຍາຮ່ວມມືລະຫວ່າງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ.

ເຂົ້າຮ່ວມຝ່າຍລາວ ໂດຍແມ່ນ ສະຫາຍ ດຣ.ພັນດວງຈິດ ວົງສາ ກຳມະການສູນກາງພັກ, ປະທານສູນກາງແນວລາວ

ສ້າງຊາດ, ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ​ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ມີບັນດາການນຳ

ຂອງແຂວງ, ຄະນະພົວພັນຕ່າງປະເທດສູນກາງພັກ, ຝ່າຍຫວຽດນາມນຳໂດຍສະຫາຍ ຫວູ້ຕ້ອງກິມ ກຳມະການສູນ

ກາງພັກ ຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະ

ທານສະມາຄົມລາວ-ຫວຽດນາມ ທີ່ປຶກສາເອກອັກຄະລັດທະທູດຫວຽດນາມປະຈຳລາວ.

ໃນວາລະດຳເນີນກອງປະຊຸມທັງສອງຝ່າຍ ໄດ້ພ້ອມກັນທົບທວນຄືນຜົນຂອງການຈັດຕັ້ງປະຕິບັດວຽກງານເສີມ

ສ້າງສາຍພົວພັນຮ່ວມມືດ້ານວຽກງານຊາຍແດນ ໃນໄລຍະ 2 ປີຜ່ານມາ, ການປະສານສົມທົບ ເສີມສ້າງຊາຍແດນ

ສັນຕິພາບ, ມິດຕະພາບລາວ ແລະ ຫວຽດນາມ ຕາມຈິດໃຈແຈ້ງ ການຮ່ວມມືທີ່ໄດ້ເຊັນກັນ ລະຫວ່າງສອງຝ່າຍຢູ່

ທີ່ນະຄອນເຫວ້, ສສ ຫວຽດນາມ ໃນວັນທີ 20 ເດືອນມີຖຸນາ ປີ 2012ເປັນ ຕົ້ນແມ່ນ ດ້ານທີ່ເຮັດໄດ້, ເຮັດບໍ່ທັນໄດ້,

ຂໍ້ຄົງຄ້າງສາຍເຫດ ແລະ ບົດຮຽນສຳຄັນທີ່ຖອດຖອນໄດ້, ເຊິ່ງບັນລຸຫລາຍໜາກຜົນປະກອບສ່ວນແທດເໝາະຕົວ

ຈິງ ເຂົ້າໃນການເສີມສ້າງສະຖຽນລະພາບ, ການພັດທະນາຂອງບັນດາແຂວງທີ່ມີຊາຍແດນຮ່ວມຂອງສອງປະເທດ

ລາວ ແລະ ຫວຽດນາມ,​ ເພີ້ມທະວີຜັນຂະຫຍາຍຄວາມສາມັກຄີ, ມິດຕະພາບແບບພິເສດການຮ່ວມມືຮອບດ້ານ

ລະຫວ່າງລາວ ແລະ ຫວຽດນາມ.

ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ຕົກລົງ ເປັນເອກະພາບກັນ ສືບຕໍ່ຮ່ວມມືໃນການເສີມສ້າງວຽກງານດັ່ງກ່າວ

ແຕ່ນີ້ຮອດປີ 2016 ຄື: ສືບຕໍ່ເພີ້ມທະວີທາງກວ້າງ ແລະ ທາງເລິກໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນປະຊາຊົນຢູ່

ເຂດຊາຍແດນສອງປະເທດ, ເພີ້ມທະວີກໍ່ສ້າງ​ປັບປຸງລະບົບການເມືອງຢູ່ຮາກຖານ, ເຂດຊາຍແດນ, ຮາກຖານໃຫ້

ມີສະຖຽນລະພາບທາງດ້ານການເມືອງ,​ ມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ,​ ເອົາໃຈໃສ່ຍູ້ແຮງການພັດທະ

ນາເສດຖະກິດ-ສັງຄົມ,​ ສືບຕໍ່ການຈັດຕັ້ງແຮກສ່ຽວລະຫວ່າງແຕ່ລະທ້ອງຖິ່ນ,​ ລະດົມປະຊາຊົນສອງຝ່າຍຊາຍແດນ

ຊ່ວຍເຫລືອໃນການສະໜັບສະໜູນ ບັນດາກຳລັງປັກຫລັກໝາຍຊາຍ ແດນຢ່າງຕັ້ງໜ້າໃຫ້ສຳເລັດ 100% ແລະ

ວຽກງານອື່ນໆທີ່ກ່ຽວຂ້ອງອີກຈຳນວນໜຶ່ງ.

ເປັນກຽດເຊັນບົດຊົງຈຳໃນຄັ້ງນີ້ຕາງໜ້າຝ່າຍລາວໂດຍແມ່ນສະຫາຍ ຈັນທະວົງ ແສນອາມາດມົນຕີ ຮອງປະທານ

ສູນກາງແນວລາວສ້າງຊາດ, ຕາງໜ້າ ຝ່າຍ ສສ ຫວຽດນາມ ໂດຍແມ່ນສະຫາຍ ຫງວຽນວັນຟາ ຮອງປະທານຄະນະ

ກຳມະການແນວໂຮມປະເທດຊາດຫວຽດນາມ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...