Homeຂ່າວຕ່າງປະເທດຢູເຄຣນເລີ່ມອົບພະຍົບພົນລະເຮືອນອອກຈາກພື້ນທີ່ບາງເຂດທີ່ຖືກປິດລ້ອມ

ຢູເຄຣນເລີ່ມອົບພະຍົບພົນລະເຮືອນອອກຈາກພື້ນທີ່ບາງເຂດທີ່ຖືກປິດລ້ອມ

Published on

ຕາມການລາຍງານຂອງສໍານັກຂ່າວ Reuters ໃຫ້ຮູ້ວ່າ: ຢູເຄຣນໄດ້ເລີ່ມອົບພະຍົບພົນລະເຮືອນອອກຈາກບັນດາເມືອງຕ່າງໆທີ່ຖືກປິດລ້ອມໃນວັນອັງຄານ ຫຼັງຈາກທີ່ຣັດເຊຍໄດ້ອະນຸຍາດໃຫ້ສ້າງ “ແລວທາງດ້ານມະນຸດສະທຳ” ແລະ Kyiv ໄດ້ຮຽກຮ້ອງໃຫ້ມົສກູປິດສຽງປືນໄວ້ ເພື່ອໃຫ້ປະຊາຊົນສາມາດເດີນທາງໄດ້ຢ່າງປອດໄພ.

ປະຊາຊົນເລີ່ມອອກຈາກເມືອງ Sumy ທາງພາກຕາເວັນອອກສຽງເໜືອ ແລະ ເມືອງ Irpin ໃກ້ກັບນະຄອນຫຼວງ Kyiv, ແຕ່ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຢູເຄຣນຈະຕົກລົງທີ່ຈະໃຊ້ແລວທາງດ້ານມະນຸດສະທຳອື່ນຫຼືບໍ່ ຖ້າພວກເຂົານໍາພາຊາວຢູເຄຣນໄປຣັດເຊຍ ຫຼື ເບລາຣຸດ.

ທ່ານ Dmytro Zhyvytsky, ເຈົ້າຄອງເຂດ Sumy ກ່າວໃນຖະແຫຼງການທາງວີດີໂອວ່າ ຖັນແຖວພົນລະເຮືອນທີສອງຈະອອກຈາກເມືອງ Sumy ໃນເວລາປະມານ 1100 GMT. ທ່ານ Oleksiy Kuleba, ເຈົ້າແຂວງພາກພື້ນ Kyiv ກ່າວວ່າ ມີຫລາຍກວ່າ 150 ຄົນໄດ້ຖືກອົບພະຍົບອອກຈາກເມືອງ Irpin ໃນເວລາ 0730 GMT. ທ່ານ Iryna Vereshchuk, ຮອງນາຍົກລັດຖະມົນຕີ ກ່າວວ່າລົດເມ 30 ຄັນຍັງຢູ່ໃນເສັ້ນທາງເພື່ອຮວບຮວມເອົາຜູ້ອົບພະຍົບອອກຈາກເມືອງ Mariupol.

ພົນລະເຮືອນໄດ້ຖືກຕິດກັບດັກຈາກການສູ້ຮົບນັບຕັ້ງແຕ່ກອງທະຫານຮັດເຊຍເຂົ້າໄປໃນຢູເຄຣນໃນວັນທີ 24 ກຸມພາ ແລະ ເຈົ້າຫນ້າທີ່ກ່າວວ່າອາຫານ, ນ້ໍາ ແລະ ສະບຽງອື່ນໆກໍາລັງຫຼຸດລົງໃນບາງເມືອງ. ໃນວັນຈັນ ຢູເຄຣນໄດ້ປະຕິເສດຂໍ້ສະເໜີຂອງຣັດເຊຍໃນການອົບພະຍົບຊາວຢູເຄຣນໄປຍັງຣັດເຊຍ ຫລື ເບລາຣຸດ ຊຶ່ງເປັນພັນທະມິດຂອງຣັດເຊຍ. ແລວທາງດ້ານມະນຸດສະທຳຈາກເມືອງ Mariupol ລົ້ມເຫລວໃນວັນເສົາ ແລະ ວັນອາທິດ, ໂດຍແຕ່ລະຝ່າຍໄດ້ກ່າວຫາວ່າອີກຝ່າຍວ່າຍັງສືບຕໍ່ຍິງກັນ. ທ່ານ Filippo Grandi, ຫົວໜ້າອົງການດ້ານຜູ້ລີ້ໄພແຫ່ງສະຫະປະຊາຊາດ ກ່າວວ່າ ມີຜູ້ລີ້ໄພປະມານ 2 ລ້ານຄົນໄດ້ພາກັນຫລົບໜີອອກຈາກຢູເຄຣນໄປຍັງປະເທດອື່ນໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...