spot_img
Homeຂ່າວຕ່າງປະເທດບໍລິສັດປຸ໋ຍລາຍໃຫຍ່ຂອງໂລກສ່ຽງກະທົບຈາກສົງຄາມ ຢູເຄຣນ-ຣັດເຊຍ

ບໍລິສັດປຸ໋ຍລາຍໃຫຍ່ຂອງໂລກສ່ຽງກະທົບຈາກສົງຄາມ ຢູເຄຣນ-ຣັດເຊຍ

Published on

ຜູ້ບໍລິຫານສູງສຸດຂອງບໍລິສັດປຸ່ຍທີ່ໃຫຍ່ທີ່ສຸດຂອງໂລກລະບຸວ່າ: ສົງຄາມ​ໃນ​ຢູ​ເຄຣນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຜະລິດ​ອາຫານ​ແລະ​ລາຄາ​ຂອງ​ໂລກ​ຢ່າງ​ຮ້າຍ​ແຮງ.

ບໍລິສັດ ຍາລາ ອິນເຕີຣ໌ເນຊັ່ນແນລ (Yara International) ເຊິ່ງດໍາເນີນທຸລະກິດປຸ່ຍຫຼາຍກວ່າ 60 ປະເທດທົ່ວໂລກເຊິ່ງການຊື້ວັດຖຸດິບທີ່ສໍາຄັນສໍາລັບການຜະລິດປຸ໋ຍແມ່ນນຳເຂົ້າມາຈາກລັດເຊຍເຊິ່ງກ່ອນ​ໜ້າ​ນີ້​ ຍາລາ​ ຕ້ອງ​ຢຸດ​ການ​ຜະລິດ​ປຸ໋ຍໄລຍະ​ໜຶ່ງ​ຍ້ອນ​ລາຄາ​ອາຍ​ແກັສເພີ່ມຂຶ້ນ​ສູງ ແລະ ໃນເວລາທີ່ມີຄວາມຂັດແຍ່ງລະຫວ່າງ ຢູເຄຣນ-ຣັດເຊຍ ໃນສ່ວນການຈັດຊື້ ແລະ ຂົນສົ່ງວັດຖຸດິບ ມັນຈະມີບັນຫາຫຼາຍກວ່າເກົ່າ.

ຣັດ​ເຊຍ ແລະ ຢູ​ເຄຣນ ເປັນ​ປະ​ເທດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ສະ​ບຽງ​ອາ​ຫານ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ເຊິ່ງຣັດເຊຍຍັງເປັນຜູ້ຜະລິດຫຼັກຂອງທາດອາຫານຂອງພືດເຊັ່ນ potash ແລະ phosphate ເຊິ່ງເປັນສ່ວນປະກອບສໍາຄັນໃນປຸ໋ຍທີ່ຊ່ວຍໃຫ້ພືດຈະເລີນເຕີບໂຕ.

ທ່ານ ສະເວນ ທູເຮີ ຮູເຊເຕີ (Sven Toure Hulseter) ຫົວຫນ້າບໍລິຫານຂອງ ຍະລາ ສາກົນໄດ້ລະບຸວ່າ: ເຄິ່ງຫນຶ່ງຂອງປະຊາກອນໂລກໄດ້ຮັບອາຫານຂອງເຂົາເຈົ້າຈາກປຸ໋ຍ ແລະ ຖ້າມັນຖືກເອົາອອກຈາກການເພາະປູກພືດ ກໍຈະເຮັດໃຫ້ການຜະລິດຫຼຸດລົງ 50%. ແຕ່ບໍລິສັດຕ້ອງໄດ້ປະເມີນສະຖານະການປະຈໍາວັນຂອງວິທີການຮັກສາປະລິມານການຜະລິດ ແລະ ມັນໄວເກີນໄປທີ່ຈະບອກໄດ້ວ່າໂຮງງານຈະປິດຕື່ມອີກຫຼືບໍ່.

ສຳຫຼັບບໍລິສັດຂອງເຂົາໄດ້ຮັບຜົນກະທົບຈາກການສູ້ຮົບຄັ້ງນີ້ ຫຼັງ​ຈາກ​ໄດ້ຍິງຂີປະນາວຸດໃສ່ສຳນັກງານ ຍະລາ ​ໃນ​ນະຄອນຄຽບ. ໂຊກດີທີ່ພະນັກງານຈຳນວນ 11 ຄົນບໍ່ໄດ້ຮັບບາດເຈັບ ສ່ວນ ຍະລາ ອິນເຕີຣ໌ເນຊັ່ນແນລ ທີ່ມີສໍານັກງານໃຫຍ່ຂອງນໍເວຈະບໍ່ໄດ້ຮັບຜົນກະທົບໂດຍກົງ ແຕ່ຕ້ອງປະເຊີນກັບຜົນສະທ້ອນຕ່າງໆໂດຍສະເພາະ ການຂົນສົ່ງແມ່ນມີຄວາມຫຍຸ້ງຍາກຫຼາຍຍ້ອນຄວາມຫຼ້າຊ້າໃນອຸດສາຫະກໍາການຂົນສົ່ງ.

ແຫຼ່ງຂໍ້ມູນ: BBC

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...