Homeຂ່າວຕ່າງປະເທດກະຊວງສາທາຫວຽດ ສັ່ງຢຸດອັບເດດໂຄວິດ-19 ປະຈຳວັນທີ່ກໍ່ໃຫ້ເກີດຄວາມກັງວົນທີ່ບໍ່ຈຳເປັນໃຫ້ປະຊາຊົນ

ກະຊວງສາທາຫວຽດ ສັ່ງຢຸດອັບເດດໂຄວິດ-19 ປະຈຳວັນທີ່ກໍ່ໃຫ້ເກີດຄວາມກັງວົນທີ່ບໍ່ຈຳເປັນໃຫ້ປະຊາຊົນ

Published on

ອີງຕາມການລາຍງານຂອງເພສຂ່າວ VnExpress International ຂອງສສ ຫວຽດນາມໃຫ້ຮູ້ວ່າ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສະ​ເໜີໃຫ້​ຢຸດ​​ການ​ປະ​ກາດ​ການອັບເດດ Covid-19 ປະ​ຈໍາ​ວັນ​ເນື່ອງ​ຈາກ “ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ສະ​ຖາ​ນະ​ການ​ການແຜ່​ລະ​ບາດ​ໄດ້​.” ກະ​ຊວງ​ສາ​ທາ​ລະ​ນະ​ສຸກໄດ້ກ່າວວ່າ, ການປະກາດດັ່ງກ່າວສາມາດເຮັດໃຫ້ເກີດຄວາມກັງວົນທີ່ບໍ່ຈໍາເປັນໃຫ້ແກ່ບັນດາປະຊາຊົນ.

ໃນຂໍ້ສະເໜີທີ່ຍື່ນຕໍ່ນາຍົກລັດຖະມົນຕີ Pham Minh Chinh ໃນວັນທີ 6 ມີນາ 2022 ທີ່ຜ່ານມາ ກະຊວງໄດ້ກ່າວວ່າ: ເຖິງວ່າຈະມີການເພີ່ມຂື້ນຂອງການຕິດເຊື້ອຊຸມຊົນປະຈໍາວັນ ແຕ່ອັດຕາການຕາຍໄດ້ຫຼຸດລົງຢ່າງຫຼວງຫຼາຍຍ້ອນການຄວບຄຸມການສັກວັກຊີນປ້ອງກັນທີ່ກວ້າງຂວາງ​ໃນ​ເດືອນ​ຜ່ານ​ມາ, ຈຳນວນ​ຜູ້​ຕິດ​ເຊື້ອ​ໃໝ່​ໄດ້​ເພີ່ມ​ຂຶ້ນຫຼາຍ​​ແຂວງ ແລະ ເມືອງຕ່າງໆ ໂດຍສະເພາະ​ແມ່ນນະຄອນຫຼວງ​ຮ່າ​ໂນ່ຍ ໂດຍສະເລ່ຍແລ້ວປະເທດໄດ້ມີການບັນທຶກລະຫວ່າງ 50,000 ຫາ 75,000 ກໍລະນີໃໝ່ ທຸກໆມື້.

ກະຊວງ​ສາທາລະນະສຸກ​ໃຫ້​ຮູ້​ຕື່ມອີກວ່າ: ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ ຈຳນວນ​ກໍລະນີ​ທີ່ຕິດເຊື້ອໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 198%, ​ແຕ່​ຈໍານວນຜູ້​ເສຍ​ຊີວິດ​ໄດ້​ຫຼຸດ​ລົງ 47%, ການ​ປິ່ນປົວໃນ​ໂຮງໝໍ​ຫຼຸດ​ລົງ 24% ​ແລະ ຈຳນວນ​ຜູ້ປ່ວຍກໍລະນີ​ຮ້າຍ​ແຮງ​ ແລະ ​ສາຫັດ​ຫຼຸດ​ລົງ 43%.

ສຳຫຼັບຜູ້​ທີ່ໃກ້ຊິດ​ກັບ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ແມ່ນຕິດຕາມ​ສຸຂະພາບ​ດ້ວຍ​ຕົນ​ເອງ​ເປັນ​ເວລາ 10 ວັນ ຖ້າ​ຫາກ​ປະຕິບັດ​ຕາມ​ຂໍ້ໃດຂໍ້ໜຶ່ງໃນເງື່ອນໄຂເຫຼົ່ານີ້​ຄື: ​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢ່າງ​ຄົບ​ຖ້ວນ​; ໄດ້ຟື້ນຕົວຈາກໂຄວິດ-19 ພາຍໃນສາມເດືອນ ຫຼື ຜົນກວດ PCR ເປັນລົບ ຫຼື ຜົນກວດຢ່າງໄວວາໃນມື້ທີ 5 ຫຼັງຈາກມື້ທີ່ສຳຜັດກັບຜູ້ປ່ວຍຕິດໂຄວິດ-19. ຂໍ້ສະເໜີໃໝ່ຍັງໄດ້ລະບຸວ່າຜູ້ປ່ວຍໂຄວິດທີ່ບໍ່ມີອາການສາມາດເຮັດວຽກທາງອິນເຕີເນັດໄດ້ໃນໄລຍະການກັກໂຕ ຫຼື ເບິ່ງແຍງຜູ້ປ່ວຍໂຄວິດອື່ນໆທີ່ຢູ່ເຮືອນ ຫຼື ຢູ່ໂຮງໝໍ. ນັບ​ຕັ້ງ​ແຕ່​ຄື້ນ​ໄວ​ຣັສ​ໂຄ​ໂຣ​ນາ​ຄັ້ງ​ທີ 4 ໄດ້​ພັດ​ເຂົ້າ​ປະ​ເທດ​ໃນ​ເດືອນ​ເມ​ສາ​ຂອງປີ​ກາຍ​ນີ້, ຫວຽດ​ນາມມີ​ຜູ້​ຕິດ​ເຊື້ອ​ຫຼາຍກວ່າ 4,15 ລ້ານ​ກໍລະນີ.

ຫວຽດ​ນາມໄດ້​​ສັກ​ຢາ​ວັກ​ຊີ​ນປ້ອງກັນ​ໂຄ​ວິດ-19 ທັງ​ໝົດ 196 ລ້ານ​ໂດສ. ຜູ້ໃຫຍ່ເກືອບທັງໝົດ, ທີ່ມີອາຍຸຕັ້ງແຕ່ 18 ປີ, ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄັ້ງທໍາອິດ ແລະ 98% ໄດ້ຮັບການສັກວັກຊີນຄັ້ງທີສອງ. ເດັກນ້ອຍເກືອບທັງໝົດ (99%) ທີ່ມີອາຍຸລະຫວ່າງ 12-17 ປີ ໄດ້ຮັບການສັກວັກຊີນຄັ້ງທຳອິດ ແລະ 94% ຂອງພວກເຂົາຄັ້ງທີສອງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...