Homeຂ່າວຕ່າງປະເທດຢູ​ເຄ​ຣນ ມີ​ວິ​ກິດ​ການ​ອົບ​ພະ​ຍົບ​ຂະ​ຫຍາຍ​ຕົວ​ໄວ​ທີ່​ສຸດ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ

ຢູ​ເຄ​ຣນ ມີ​ວິ​ກິດ​ການ​ອົບ​ພະ​ຍົບ​ຂະ​ຫຍາຍ​ຕົວ​ໄວ​ທີ່​ສຸດ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ

Published on

ມີ​ລາຍ​ງານ​ວ່າ​ມີ​ຫຼາຍ​ກວ່າ 1.5 ລ້ານ​ຄົນ​ໄດ້​ຂ້າມ​ເຂົ້າ​ໄປ​ໃນ​ປະ​ເທດ​ໃກ້​ຄຽງ​ນັບ​ຕັ້ງ​ແຕ່​ມີເຫດການ, ການບຸກໂຈມຕີຢູເຄຣນ ເຊິ່ງໃນເວລານີ້ຕ້ອງການຄວາມຊ່ວຍເຫຼືອຫຼາຍ ເນື່ອງຈາກໂຄງສ້າງພື້ນຖານທີ່ສໍາຄັນຖືກລະເບີດຖະລົ່ມ ເຮັດໃຫ້ການອົບພະຍົບອອກມາຊາຍແດນກາຍເປັນຄວາມທ້າທາຍທີ່ຍາກຂື້ນ.

ປະເທດ ຢູເຄຣນ ພະຍາຍາມມີການລວມກຸ່ມໃນຫຼາຍປະເທດໂດຍສະເພາະໃນເຂດເອີຣົບ ເພື່ອທີ່ຈະເປັນສູນກາງໃນການລໍາລຽງສົ່ງອາຫານ ແລະ ຄວາມຊ່ວຍເຫຼືອ ໂດຍສະເພາະອຸປະກອນທີ່ຈໍາເປັນສໍາລັບເດັກນ້ອຍເກີດໃໝ່ເຊິ່ງມີຄວາມຕ້ອງການເປັນຈໍານວນຫຼວງຫຼາຍ.

ໃນຂະນະທີ່ເມືອງມີຣີໂອໂພໄດ້ຖືກຍຶດ ແລະ ອາຄານບ້ານເຮືອນໄດ້ຮັບຄວາມເສີຍຫາຍຢ່າງໜັກໜ່ວງ. ສ່ວນເມືອງຄາຄິຟ ທີ່ເປັນສູນກາງດ້ານການສຶກສາ, ວັດທະນະທໍາ, ແລະ ວິທະຍາການຕ່າງໆກໍ່ໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ. ກ່ອນໜ້ານີ້ ຢູເຄຣນໄດ້ກ່າວຫາວ່າ ຣັດເຊຍໃຊ້ລະເບີດສູນຍາກາດ ເຊິ່ງເປັນອາວຸດທີ່ມີອະນຸພາກທໍາລາຍລ້າງສູງໃນການໂຈມຕີເມືອງຄາຄິຟ.

ທ່າມກາງວິກິດຫຼາຍປະເທດໃນເອີຣົບບໍ່ພຽງແຕ່ມີນະໂຍບາຍເປີດຮັບຜູ້ລີ້ໄພ ແຕ່ຍັງມີນະໂຍບາຍໃນການນໍາສັດລ້ຽງເດີນທາງໄປນໍາໄດ້ອີກດ້ວຍເຊັ່ນ: ໂຣມາເນຍ, ສາທາລະນະລັດເຊັກ, ລິໂທເນຍ, ສະໂລເວຍ, ຮັງກະລີ ເຊິ່ງໄດ້ປະກາດຜ່ອນຄາຍຂໍ້ກໍານົດໃນການນໍາສັດລ້ຽງຂ້າມຊາຍແດນ.

ອ້າງອີງ: Ukraine Refugee Situation

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...