spot_img
Homeຂ່າວທ້ອງຖິ່ນກຽມພັດທະນາຜາຖີ່ ເປັນແຫຼ່ງທ່ອງທ່ຽວລະດັບປະເທດ

ກຽມພັດທະນາຜາຖີ່ ເປັນແຫຼ່ງທ່ອງທ່ຽວລະດັບປະເທດ

Published on

ອີງຕາມການລາຍງານເພສຂ່າວ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ລາຍງານວ່າ: ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)  ຮ່ວມກັບພະແນກ ຖວທ ແຂວງ ຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ກຽມພັດທະນາຜາຖີ່ ຢູ່ເມືອງຊໍາເໜືອ, ແຂວງຫົວພັນ ເປັນແຫຼ່ງທ່ອງທ່ຽວລະດັບປະເທດ ແລະ ກາຍເປັນສະຖານທີ່ສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງຫົວພັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ທ່ານ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດທີ່ທ່ານເດີນ ທາງໄປເຂົ້າຮ່ວມພິທີມອບ-ຮັບລາງວັນເມືອງວຽງໄຊ ເປັນເມືອງທ່ອງທ່ຽວສະອາດອາຊຽນ, ທັງໄດ້ໄປທ່ອງທ່ຽວຢູ່ຜາຖີ່ ເມື່ອບໍ່ດົນມານີ້ ວ່າ: ຜາຖີ່ ຍັງບໍ່ທັນໄດ້ເອົາເຂົ້າໃນບັນຊີແຫຼ່ງທ່ອງທ່ຽວຂອງລາວເທື່ອ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ຕ້ອງໄດ້ປັບປຸງພື້ນຖານໂຄງລ່າງ ກໍຄື ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ແຕ່ມາຮອດປັດຈຸບັນ ເຫັນວ່າພື້ນຖານໂຄງລ່າງຫຼາຍຢ່າງໄດ້ຮັບການພັດທະນາດີຂຶ້ນ, ລວມເຖິງດ້ານບຸກຄະລາກອນຂອງແຂວງຫົວພັນ ທີ່ຈະເຮັດໜ້າທີ່ການບໍລິການດ້ານການທ່ອງທ່ຽວຢູ່ສະຖານທີ່ແຫ່ງນີ້ມີຄວາມພ້ອມ ແລ້ວ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ການຈະພັດທະນາສະຖານທີ່ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວລະດັບປະເທດ ຕ້ອງໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະຕິບັດວຽກຕ່າງໆ ຮ່ວມກັນຢ່າງໃກ້ສິດ ແລະ ຕໍ່ເນື່ອງ, ຂະນະທີ່ນັກທ່ອງທ່ຽວເອງ ຕ້ອງມີສ່ວນຮ່ວມໃນການຮັກສາທໍາມະຊາດ ແລະ ຄວາມສວຍງາມໃນສະຖານທີ່ທ່ອງທ່ຽວແຫ່ງນີ້. ສິ່ງສໍາຄັນ ປະຊາຊົນ ກໍຄື ຊຸມຊົນທີ່ຢູ່ໃກ້ຄຽງຕ້ອງເຂົ້າມາມີສ່ວນຮ່ວມ ແລະ ມີລາຍໄດ້ຈາກສະຖານທີ່ທ່ອງທ່ຽວດັ່ງກ່າວ ຈິ່ງຈະເຮັດໃຫ້ເປັນສະຖານທີ່ທ່ອງທ່ຽວລະດັບປະເທດທີ່ສາມາດສ້າງລາຍຮັບໃຫ້ຊຸມຊົນ ແລະ ມີຄວາມຍືນຍົງຕະຫຼອດໄປ.

ດັ່ງນັ້ນ, ປັດຈຸບັນ ກົມພັດທະນາການທ່ອງທ່ຽວ,  ພະແນກ ຖວທ ແຂວງຫົວພັນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ພວມຢູ່ໃນຂັ້ນຕອນປຶກສາຫາລື ເພື່ອກະກຽມພັດທະນາຜາຖີ່ ໃຫ້ເປັນແຫລ່ງທ່ອງທ່ຽວລະດັບປະເທດ ໂດຍຈະສຸມໃສ່ປັບປຸງຫລາຍຢ່າງ ໂດຍສະເພາະດ້ານພື້ນ ຖານໂຄງລ່າງບາງດ້ານທີ່ເຫັນວ່າຍັງບໍ່ດີເທົ່າທີ່ຄວນ ແລະ ການປັບປຸງດ້ານອື່ນໆ ທີ່ກ່ຽວຂ້ອງ ເພື່ອໃຫ້ກາຍເປັນສະ ຖານທີ່ທ່ອງທ່ຽວລະດັບປະເທດ  ແລະ ສາມາດເປີດບໍລິ ການນັກທ່ອງທ່ຽວຢ່າງເປັນທາງການໃນອີກບໍ່ດົນນີ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...